ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບອົງມົງກຸດ ລາຊະກຸມມານ ແບນຊິກ

ຮອງປະທານປະເທດ ຫງວຽນທິຢວານ ຕ້ອນຮັບອົງມົງກຸດ ລາຊະກຸມມານ ແບນຊິກ - ảnh 1
ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ​
ຕ້ອນຮັບ ອົງມົງກຸດລາຊະກຸມມານແບນ​ຊິກ
( ພາບ : Reuters )

(vovworld) - ຕອນ​ບ່າຍ​ວັນ​ທີ 12/3, ຢູ່ ຮ່າ​ໂນ້ຍ, ອົງມົງກຸດ ລາຊະກຸມມານລາຊະ​ອານາຈັກແບນ​ຊິກ ຟິລິບ​ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ. ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ​ໄດ້​ຢັ້ງຢືນ​ວ່າ, ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການຮ່ວມມືຫຼາຍດ້ານ​ກັບ​ແບນ​ຊິກ. ທັງ​ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ສືບ​ຕໍ່​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ຫຼາຍຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່ ສະຫະ​ປະຊາ​ຊາດ ​ແລະ ​ໃນ​ຂອບ​ເຂດ ​ ASEM, ASEAN – EU; ​ເພີ່ມທະວີ​ການຮ່ວມມື​ລະຫວ່າງ​ເຂດ, ທ້ອງ​ຖີ່​ນຕ່າງໆຂອງສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຮ່ວມ​ມື, ຊອກ​ຮູ້​ກາລະ​ໂອກາດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ນັກ​ສຶກສາ ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມະຫາວິທະຍາ​ໄລ ​ແລະ ສູນ​ຄົ້ນ​ຄ້ວາ​ຂອງ​ສອງ​ປະ​ເທດ. ທັງ​ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ ຈະ​ສືບ​ຕໍ່​ສົມທົບ​ກັນ​ປະຕິບັດ​ໂຄງການ​ຕ່າງໆ​ໃນ​ຂອບ​ເຂດ​ໂຄງການ​ຮ່ວມ​ມື ຫວຽດນາມ - ​ແບນ​ຊິກ, ​ໄລຍະ 2011-2015. ​ໃນ​ນັ້ນ​ສູ​ມ​ໃສ່​ບັນດາຂົງ​ເຂດບຸລິ​ມາ​ສິດ​ຄື: ການ​ສຶກສາ - ບຳລຸງ​ສ້າງ, ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ຊົນລະປະທານ, ​ບຳບັດ​ຂີ້​ເຫຍື່ອ.

    ພາຍຫຼັັງການ​ເຈລະຈາ, ທ່ານ​ນາງຮອງປະທານ​ປະ​ເທດ ຫງວຽນ​ທິຢວານ​ແລະອົງມົງກຸດ ລາຊະກຸມມານ ຟີ​ລິບ ​ໄດ້​ເປັນ​ສັກຂີ​ພິຍານ ພິທີ​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 4 ສະບັບ​ລະຫວ່າງ​ສອງ​ປະ​ເທດ​ຄື: ມະຕິ​ຕົກລົງ​ສະບັບ​ປັບປຸງ​ກ່ຽວ​ກັບ​ສັນຍາ​ວ່າ​ດ້ວຍຫຼີີກລ້ຽງ​ການ​ເສຍ​ພາສີ​ຊ້ອນ; ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ການ​ເງິນ; ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ກ່ຽວ​ກັບ​ການຮ່ວມມື​ໃນ​ຂົງ​ເຂດ​ວິທະຍາສາດ​, ​ເຕັກ​ໂນ​ໂລ​ຢີອາ​ວະ​ກາດ ​ແລະ ການໝູນ​ໃຊ້ເຕັກ​ໂນ​ໂລ​ຢີອາ​ວະ​ກາດ…
      ແລະ​ກໍ່​ໃນ​ຕອນ​ບ່າຍວັນ​ດຽວ​ກັນ, ​ໃນການ​ຕ້ອນຮັບອົງ​ມົງກຸດ​ລາຊະ​ກຸມມານແບນ​ຊິກ ທ່ານ ປິ​ລິບ ທີ່​ພວມ​ຢູ່ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​ ໄດ້​ຖື​ວ່າ, ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງອົງ​ມົງ​ກຸດ​ລາຊະ​ກຸມມານ ​​ແລະ ຄະນະ​ຜູ້​ແທນ​ວິ​ສາ​ຫະກິດແບນ​ຊິກ ​ໄດ້ສະ​ແດງ​​ໃຫ້​ເຫັນຄວາມ​ເອົາ​ໃຈ​​ໃສ່​ເປັນ​ພິ​ເສດຂອງແບນ​ຊິກ ​ເຖິງສະພາບ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ. ທ່ານ​ປະທານປະ​ເທດ ເຈືອງ​ເຕີນ​ຊາງ ​ໄດ້​ຕີ​ລາຄາ​ສູງ​ສາຍ​ພົວພັນ​ອັນ​ດີງາມ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແລະ ການ​ສົມທົບ​ກັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ບັນດາ​ເວທີ​ປາ​ໄສພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ປາດ​ຖະໜາ​ວ່າ, ​ແບນ​ຊິກ ສືບ​ຕໍ່​ສະໜັບສະໜູນ​ຫວຽດນາມ ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ລົບ, ພ້ອມ​ກັນ​ນັ້ນ​ກໍ່​ຢືນຢັນ​ວ່າ ຫວຽ​ດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ໃຫ້​ແກ່​ວິ​ສາ​ຫະກິດ​ແບນ​ຊິກ ລົງທຶນ​ເຂົ້າ​ຫວຽດນາມ ​ແລະ ​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

ຂ່າວ/ບົດ​ອື່ນ