ຮອງປະທານປະເທດ ຫງວຽນທິຢວານ ປະດັບຫຼຽນໄຊມິດຕະພາບໃຫ້ສາດສະດາຈານ 2 ຄົນ

ຮອງປະທານປະເທດ ຫງວຽນທິຢວານ ປະດັບຫຼຽນໄຊມິດຕະພາບໃຫ້ສາດສະດາຈານ 2 ຄົນ - ảnh 1
ທ່ານ​ນາງ ຫງວຽນ​ທິຢ​ວານ ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ແລະ ສາດ​ສະ​ດາ​ຈານ ເລ​ກິມງອກ ແລະ ສາດ​ສະ​ດາ​ຈານ ເຈີນ​ແທງເວີນ

(vovworld)- ຕອນ​ເຊົ້າ​ວັນ​ທີ 8/7, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ ຫງວຽນ​ທິຢ​ວານ ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ໄດ້​ປະ​ດັບຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ແກ່​ສາດ​ສະ​ດາ​ຈານ ເລ​ກິມງອກ ແລະ ສາດ​ສະ​ດາ​ຈານ ເຈີນ​ແທງເວີນ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ທີ່​ສຸດ​ທີ່​ສະ​ຫງວ​ນ​ໃຫ້​ແກ່​ຊາວ​ຫວຽດ​ນາມ​ຜູ້​ຖື​ສັນ​ຊາດ​ຕ່າງ​ປະ​ເທດ, ຍ້ອນ​ໄດ້​ມີ​ບັນ​ດາຜົນ​ງານ ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ເພີ່ມ​ພູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງຫວຽດ​ນາມກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ. ກວ່າ 40 ປີ​ທີ່​ຜ່ານ​ມາ, ດ້ວຍ​ຈິດ​ໃຈ​ຮັກ​ແພງ​ເດັກ ແລະ ເມົາ​ມົວ​ກັບ​ວິ​ທະ​ຍາ​ສາດ, ສາດ​ສະ​ດາ​ຈານ ເລ​ກິມງອກ ແລະ ສາດ​ສະ​ດາ​ຈານ ເຈີນ​ແທງເວີນ ໄດ້​ມີ​ການ​ອຸ​ທິດ​ສ່ວນຫຼາຍ​ຢ່າງ​ໃຫ້​ແກ່​ພາ​ລະ​ກິດ​ປົກ​ປ້ອງ ແລະ ເບິ່ງ​ແຍງ​ເດັກ ກໍ​ຄື​ການ​ພັດ​ທະ​ນາ​ຂອງ​ພື້ນ​ຖານ​ວິ​ທະ​ຍາ​ສາດ, ການ​ສຶກ​ສາ​ຢູ່​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ