ຮອງປະທານປະເທດ ຫງວຽນທິຢວານ ມອບຂວງຂວັນຢູ່ໂຮງໝໍ ຮ່ວານມີ້, ດ່ານັ້ງ

ຮອງປະທານປະເທດ ຫງວຽນທິຢວານ ມອບຂວງຂວັນຢູ່ໂຮງໝໍ ຮ່ວານມີ້, ດ່ານັ້ງ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ
ຢ້ຽມຢາມ ​ແລະ ມອບ​ຂວງ​ຂວັນ​ໃຫ້​​ເດັກ​ທີ່ພວມ​ປິ່ນປົວຢູ່​ໂຮງໝໍ​ຮ່ວານ​ມີ້)

(vovworld) –  ຕອນ​ເຊົ້າ​ວັນ​ທີ 06/07, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາ​ກອງ​ທຶນອຸປະ​ກະລະເດັກຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມອບ​ຂວງ​ຂວັນ 32 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 2 ລ້ານ​ດົງ ​ໃຫ້​​ເດັກ​ທີ່ພວມ​ປິ່ນປົວຢູ່​ໂຮງໝໍ​ຮ່ວານ​ມີ້, ດ່າ​ນັ້ງ. ​ເມື່ອ​ເຮັດ​ວຽກກັບ​ຄະນະ​​ນຳ​ໂຮງໝໍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຕີ​ລາຄາ​ສູງ​ປະ​ສິດທິ​ຜົນຮູບ​ແບບ​ໂຮງໝໍ​ເອກະ​ຊົນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ, ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຫວຽດນາມ ​ໃນ​ການ​ຫັນ​ຂົງ​ເຂດ​ສາທາ​ລະນະ​ສຸກ​ເປັນວຽກ​ງານ​ສັງຄົມ; ພ້ອມ​ທັງ​ສະ​ເໜີ​ໃຫ້​ທ່ານ​ໝໍ​ເອົາ​ໃຈ​ໃສ່ ​ເບິ່ງ​ແຍງ​ດູ​ແລ​ໃຫ້​ລູກ​ຫຼານ​ພະນັກງານ, ນັກ​ຮົບ​ພວມ​ປະຕິບັດ​ໜ້າ​ທີ່​ບົນ​ທະ​ເລ.

        “ຂ້າພະ​ເຈົ້າປາດ​ຖະໜາ​ວ່າ, ດ້ວຍ​ນ້ຳໃຈບໍລິສຸດ​ຂອງ​ຖັນ​ແຖວ​ທ່ານ​ໝໍ, ​ແພດ​ໝໍ ​ແລະ ບັນດາ​ຜູ້​ຮັບ​ໃຊ້​ຢູ່​ທີ່​ນີ້​ ດ້ວຍ​ຈິດ​ໃຈ​ເພື່ອ​ເດັກ​ພາກ​ກາງ, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ພວກ​ເຮົາ​ຕ້ອງມານະ​ພະຍາຍາມ​ຮັບ​ໃຊ້​ເປັນ​ຢ່າງ​ດີ. ​ເພື່ອ​ໃຫ້ບັນດາ​ເດັກ​ນ້ອຍ, ຄົນ​​ເຈັບ​ທີ່​ໄດ້ຮັບ​ການ​ປິ່ນປົວ​ຢູ່​ທີ່​ນີ້ເມື່ອ​ອອກ​ຈາກ​ໂຮງໝໍ​ລ້ວນ​ແຕ່​ມີ​ຄວາມ​ມ່ວນ​ຊື່ນ. ນີ້​ແມ່ນ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ”.

ຂ່າວ/ບົດ​ອື່ນ