ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ເດັກນ້ອຍ ພວມເຈັບເປັນ

ຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ເດັກນ້ອຍ ພວມເຈັບເປັນ - ảnh 1
ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢ້ຽມຢາມ ເດັກນ້ອຍເປັນພະຍາດ
(ພາບ: anninhthudo.vn)

(vovworld) – ວັນ​ທີ 28/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນທິຢວານ, ປະທານ​ສະພາກ​ອງທຶນ​ປົກ​ປ້ອງ​ເດັກ ຫວຽດນາມ ​ໄດ້​ມີ​ການ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ເດັກນ້ອຍ 157 ຄົນ​ຕິດ​ພະຍາດ​ກ່ຽວ​ກັບ​ເລືອດ​ທີ່​ພວມ​ໄດ້​ຮັບ​ການ​ປິ່ນ​ປົ່ວ​ຢູ່​ສະ​ຖາ​ບັນ​ເລືອດ​ສາດ ​ແລະ ສົ່ງ​ເລືອດ​ສູນ​ກາງ, ​ເນື່ອງ​ໃນໂອກາດ​ເດືອນ​ເຄື່ອນ​ໄຫວ​ເພື່ອ​ເດັກນ້ອຍ​ປີ 2013. ​​ເມື່ອ​ພົບ​ປະ​ກັບ​ພະນັກງານ, ແພດໝໍ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ເນັ້ນ​ໜັກ​ວ່າ: ​ເດັກນ້ອຍ​ພວມ​ປິ່ນ​ປົ່ວ​ຢູ່ ສະ​ຖາ​ບັນ​ສ່ວນ​ຫຼາຍເປັນ​ພະ​ຍາດ​ຮຸນແຮງ, ດັ່ງ​ນັ້ນ, ບັນດາ​ແພດໝໍ​ຂອງ​ສະ​ຖາ​ບັນ​ຕ້ອງ​ສຸດອົກສຸດໃຈເບິ່ງ​ແຍງ​ດູ​ແລ ​ແລະ ປິ່ນປົວ​ໃຫ້​ພວກ​ເດັກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ກໍ່​ຫວັງ​ວ່າ: ພວກເດັກ​ທີ່​ພວ​ມ​ໄດ້​ຮັບ​ການ​ປິ່ນ​ປົ່ວ​ຢູ່​ທີ່​ນີ້ ຈະ​ໄດ້ຕ້ອນຮັບວັນບຸນເດັກນ້ອຍສາກົນ​ທີ່​ມ່ວນ​ຊື່ນ, ອົບ​ອຸ່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ​ແພງ. ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ເດັກ​ນ້ອຍ​ທີ່​ພວມ​ປິ່ນ​ປົ່ວ​ຢູ່​ພະ​ແນ​ກໂລກກ້ອນເປົ້າມະເຮັ່ງ, ​ໂຮງໝໍ​ເດັກສູນ​ກາງ.

 

ຂ່າວ/ບົດ​ອື່ນ