ຮອງປະທານປະເທດ ຫງວຽນທິຢວານ ລົງຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍແຂວງກວາງບິ່ນ

ຮອງປະທານປະເທດ ຫງວຽນທິຢວານ ລົງຢ້ຽມຢາມບັນດາຄອບຄົວເປົ້າໝາຍນະໂຍບາຍແຂວງກວາງບິ່ນ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ
ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ​ດີ​ເດັ່ນ​
(ພາບ: baomoi.com)


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 66 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຕອນ​ເຊົ້າວັນ​ທີ 18/07, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ພ້ອມ​ກັບ​ການ​ນຳ​ກະຊວງ​ແຮງ​ງານ​ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ແກ່​ບັນດາ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ດີ​ເດັ່ນ​ຢູ່​ເມືອງ​ກວາງ​ນິງ, ​ແຂວງ ກວາງ​ບິ່ງ. ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ມອບ​ຂອງຂວັນ 20 ພູດ, ​ແຕ່​ລະ​ພູດ​ມີ​ມູນ​ຄ່າ 1 ລ້ານ​ດົງ ​ໃຫ້​ແກ່​ບັນດາ​ຄອບຄົວເປົ້າໝາຍ​ນະ​ໂຍບາຍ​ທີ່​ດີ​ເດັ່ນ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ນ ປາດ​ຖະໜາ​ວ່າ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ເອົາ​ໃຈ​ໃສ່​ເຖິງ​ຊີວິດ​ການ​ເປັນ​ຢູ່​ໃຫ້ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ​ຫຼາຍກວ່າ​ອີກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກ່າ​ວວ່າ.

        “ວັນ​ທະຫານ​ເສຍ​ອົງ​ຄະ ​ແລະ ນັກຮົບ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຄື​ວັນ​ທີ 27/07 ຈະ​ມາ​ເຖິງ, ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ແຕ່ງຕັ້ງ​ພະນັກງານ​​ລົງ​ຢ້ຽມຢາມບັນດາ​ທະຫານ​ເສຍ​ອົງ​ຄະ, ນັ້ນ​ແມ່ນນ້ຳ​ໃຈ​ຂອງ​ພັກ ​ແລະ ລັດ​ທີ່​ມີ​ຕໍ່​ບັນດາ​ຄອບຄົວ ​ແລະ ບັນດາ​ທະຫານ​ເສຍ​ອົງ​ຄະ, ທະຫານ​ເຈັບ​ປ່ວຍ ຕ້ອງ​ໄດ້​ສະ​ແດງ​ຄວາມ​ຈິງ​ໃຈ. ທີ່ 2 ​ແມ່ນ​ ນະ​ໂຍບາຍ​ສຳລັບ​ບັນດາ​ທະຫານ​ເຈັບ​ປ່ວຍ​ຕ້ອງ​ລະອຽດ, ຕ້ອງ​ເອົາໃຈໃສ່ດ້ານ​ເຮືອນ​ຢູ່, ປະກັນ​ສຸຂະພາບ, ກວດ ​ແລະ ປິ່ນປົວ​ພະຍາດ, ບໍ່​ປະ​ໃຫ້​ບັນດາ​ຄອບຄົວ​ນີ້​ຖືກ​ອ​ຶດຫິວ”.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ອວງຈູ​ລິວ ​ແລະ ຄະນະ​ປະຕິບັດ​ງານ ​ໄດ້​ລົງ​ຢ້ຽມຢາມ​ບັນດາ​ຄອບຄົວ​ເປົ້າໝາຍນະ​ໂຍບາຍ​ຢູ່​ເມືອງ ​ໂບ໋​ແຈກ; ຖະຫວາຍ​ທູບ​ທຽນບູຊາຢູ່​ຫໍ​ບຸຊາບັນດາ​ນັກຮົບ​ວິລະ​ຊົນ​ທີ່​ໄດ້​ເສຍ​ສະ​ຫຼະຊີວິດ​ເພື່ອ​ຊາດ​ທາງ​ເລກ 20 ກວຽດທັ໋ງ ​ແລະ ຢ້ຽມຢາມ​ສູ​ສານ​ຊາວ​ໜຸ່ມ​ຕະລຸມບ່ອນຢູ່​ຕາ​ແສງ ວ້ານນິງ, ​ເມືອງ​ກວາງ​ນິງ, ​ແຂວງ​ກວາງ​ບິ່ງ.

ຂ່າວ/ບົດ​ອື່ນ