ຮອງປະທານປະເທດ ຫງວຽນທິຢວານມອບ ນາມມະຍົດ“ແມ່ ຫວຽດນາມວິລະຊົນ“ ຢູ່ແຂວງບັກນິງ


ຮອງປະທານປະເທດ ຫງວຽນທິຢວານມອບ ນາມມະຍົດ“ແມ່ ຫວຽດນາມວິລະຊົນ“ ຢູ່ແຂວງບັກນິງ - ảnh 1

(ພາບ: bacninh.gov.vn)

(vovworld)– ​ ​ ຕອນ​ເຊົ້າວັນ​ທີ 9/12, ຢູ່​ນະຄອນ​ບັກ​ນິງ ​ແຂວງ​ບັກ​ນິງ, ​ໄດ້​ຈັດ​ພິມີ​ມອບ​ນາມມະຍົດ​ແຫ່ງ​ລັດ “ແມ່​ຫວຽດນາມ​ວິລະ​ຊົນ“. ຕາງໜ້າ​ໃຫ້​ພັກ ​ແລະ ລັດ, ທ່ານ​ນາງຮອງ​ປະທານ​ປະເທດ​ຫງວຽນ​ທິຢວານ ​ໄດ້ມອບ​ນາມມະຍົດ “ແມ່​ຫວຽດນາມ​ວິລະ​ຊົນ“ ​ໃຫ້​ແກ່​ບັນດາແມ່​ຫວຽດນາມ​ວິລະ​ຊົນ​ແຂວງ​ບັກ​ນິງ. ທ່ານ​ນາງຮອງ​ປະທານ​ປະເທດ​ຫງວຽນ​ທິຢວານ ຢືນຢັນ​ວ່າ: ​ເລື່ອງມອບນາມມະຍົດ “ແມ່​ຫວຽດນາມ​ວິລະ​ຊົນ“ ​ແມ່ນ​ການ​ຮັບ​ຮູ້​ຂອງ​ປະ​ເທດ​ຊາດ​ຕໍ່​ຄຸນງາມຄວາມດີ ​ແລະ ການ​ເສຍ​ສະຫລະ​ຂອງ​ບັນດາ​ແມ່. ​ທີ່ພິທີ, ບັນດາ​ອົງການ, ວິ​ສາ​ຫະກິດ​ໄດ້​ຮັບ​ລ້ຽງ​ດູ​ບັນດາ​ແມ່​ຕະຫຼອດ​ຊີວິດ, ປະກອບສ່ວນ​ບັນ​ເທົາ​ຄວາມ​ເຈັບ​ປວດ, ​ເສຍ​ຫາຍ, ຊ່ວຍ​ບັນດາ​ຄອບຄົວ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ເພື່ອ​ໃຫ້​ເຂົາ​ເຈົາບື່ນຕົວ​ຂຶ້ນ​ໃນ​ຊີວິດ​ການ​ເປັນ​ຢູ່./.

ຂ່າວ/ບົດ​ອື່ນ