ຮອງປະທານປະເທດ ຫງວຽນທິຢວານໃຫ້ການ ຕ້ອນຮັບປະທານອົງການ ມະຫາວິທະຍາໄລ ໃຊ້ພາສາຝະລັ່ງ


ຮອງປະທານປະເທດ ຫງວຽນທິຢວານໃຫ້ການ ຕ້ອນຮັບປະທານອົງການ ມະຫາວິທະຍາໄລ ໃຊ້ພາສາຝະລັ່ງ - ảnh 1

 
ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ

(ພາບ: Nguyễn Thủy - TTXVN)

(vovworld)- ວັນ​ທີ 5/12, ຢູ່ສຳນັກງານປະທານ​ປະ​ເທດ, ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ໃຫ້ການ​ຕ້ອນຮັບທ່ານ Adbellatif Miraoui ​ປະທານ​ອົງການ​ມະຫາວິທະຍາ​ໄລ​ໃຊ້​ພາສາ​ຝະລັ່ງ (AUF) ຊື່​ງພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ​ເນັ້ນນັກ​ວ່າ, ​ໃນ 50 ປີຜ່ານມາ, AUF ທີ​ບົດບາດ​ສຳຄັນ​ໃນ​ການ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ພາສາ​ຝະລັ່ງ ​ເໝືອນ​ກັບ​ພາສາ​ຂອງ​ວິທະຍາສາດ, ການ​ສຶກສາ, ຮ່ວມ​ມື ​ແລະ ພັດທະນາ. ຫວຽດນາມ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຜົນ​ສະ​ເລດ​ຂອງ AUF ຂະນະ​ທີ່​ແມ່ນ​ປະ​ເທດ​ມີ​ສຳນັກງານ​ຫ້ອງການ​ຜູ້ຕາງໜ້າ AUF ປະຈຳ​ພາກ​ພື້ນ​ອາຊີ-​ປາຊີ​ຟິກ. ທ່ານ​ນາງຮອງ​ປະທານ​ປະ​ເທດ​ຫງວຽນ​ທິຢວານ​ ຢືນຢັນ​ວ່າ: ຍາມໃດຫວຽດນາມ ກໍ່​ຖື​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ແລະ ບັນດາ​ອົງການ​ປະຕິບັດ​ຂອງ​ກຸ່ມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ ​ເປັນ​ສຳຄັນ, ​ໃນ​ນັ້ນມີ AUF ພ້ອມ​ທັງ​ໃຫ້​ຄຳໝັ້ນສັນຍາ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ AUF ​ແລະ ຄູ່​ຮ່ວມ​ມື​ອື່ນໆ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ປະຊາ​ຄົມ​ໃຊ້​ພາສາ​ຝະລັ່ງ ​ຢູ່ ພາກ​ພື້ນ​ອາຊີ-​ປາຊີ​ຟິກ.

ຂ່າວ/ບົດ​ອື່ນ