ຮອງປະທານປະເທດດັ້ງທິງອກທິ້ງຢ້ຽມຢາມບັນດາຄອບຄົວນະໂຍບາຍແຂວງກວາງນາມ

ຮອງປະທານປະເທດດັ້ງທິງອກທິ້ງຢ້ຽມຢາມບັນດາຄອບຄົວນະໂຍບາຍແຂວງກວາງນາມ - ảnh 1
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເຮັດວຽກຢູ່ແຂວງ ກວາງນາມ
(ພາບ:ຫງວຽນດວານ)

(vovworld) – ວັນ​ທີ 1/7, ທ່ານ​ນາງ​ຮອງ​ປະທານ​ປະ​ເທ​ດ ດັ້ງ​ທິງ​ອກທິ້ງ ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ ​ແລະ ​ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ເມືອງ ນາມ​ຈ່າ​ມີ, ບັກ​ຈ່າ​ມີ ​ແລະ ຢູຍຊວຽນ, ​ແຂວງ ກວາງ​ນາມ. ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ​ໄດ້​ມອບ​ຂອງ​ຂວັນ 600 ພູດໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຄອບຄົວ​ທຸກ​ຍາກ ​ແລະ 200 ພູດ​ໃຫ້ເດັກນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ແຕ່​ບື່ນຕົວ​ຂຶ້ນ​ໃນ​ການ​ຮຳ່ຮຽນ. ຢູ່​ບັນດາ​ທ້ອງ​ຖິ່ນທີ່​ທ່ານ​ນາງ​ໄດ້​ລົງ​ຢ້ຽມຢາມ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ​ໄດ້​ຢື້​ຢາມ​ຖາມ​ຂ່າວ, ຊອກ​ຮູ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​. ພ້ອມ​ທັງ​ ຍ້ອງຍໍ​ຊົມ​ເຊີຍ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ, ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະຕິວັດ.

        ຢູ່​ເມືອງ​ພູ​ສູງ ນາມ​ຈ່າ​ມີ, ທ່ານ​ນາງ ດັ້ງ​ທິງ​ອກທິ້ງ ກໍ່​ຮຽກຮ້ອງ​ໃຫ້​ທ້ອງ​ຖິ່ນ​ຕ້ອງ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ເດັກນ້ອຍ​ເຂດ​ພູ​ສູງ​ກ່ວາ​ອີກ, ບໍ່​ປະ​ໃຫ້​ເດັກ​ຄົນ​ໃດ​​ປະລະ​ການ​ຮຽນ​ຍ້ອນ​ສະພາບ​ເສດຖະກິດ.


ຂ່າວ/ບົດ​ອື່ນ