ຮອງປະທານປະເທດດັ້ງທິງອກທິ້ງຢ້ຽມຢາມແລະອວຍພອນປີໃໝ່ຢູ່ຢາລາຍ

ຮອງປະທານປະເທດດັ້ງທິງອກທິ້ງຢ້ຽມຢາມແລະອວຍພອນປີໃໝ່ຢູ່ຢາລາຍ - ảnh 1
ທ່ານ​ນາງດັ້ງ​ທິ​ງອກ​ທິ້ງ ມອບ​ຂອງ​ຂວັນ​ໃຫ້​ເດັກ​ນ້ອຍ​ຢູ່​ຢາ​ລາຍ

(vovworld) - ​​ຕອນ​ບ່າຍ​ວັນ​ທີ 17/1, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອ​ກ​ທິ້ງ ໄດ້ໄປຢ້ຽມ​ຢາມ ແລ​ະ ອວ​ຍ​ພອນ​ປີ​ໃໝ່​ຢູ່​ແຂວງ ຢາ​ລາຍ. ພາຍຫຼັງ​ການ​ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ແມ່ ຫວຽດ​ນາມ ວິ​ລະ​ຊົນ ຫງວຽນ​ທິ​ເມື່ອຍ, ອາ​ຍຸ 90 ປີ, ຢູ່ ເມືອງ Ia Kring, ນະ​ຄອນ Pleiku, ທ່ານ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິງອ​ກ​ທິ້ງ ​ກໍ່​ໄປ​ຢ້ຽມ​ຢາມ​ເດັກ​​ກຳ​ພ້າ, ເດັກພິ​ການ​ຢູ່​ສູນ​​ອຸ​ປະ​ກະ​ລະ​ສັງ​ຄົມ​ສັງ​ລວມ​ແຂວງ ຢາ​ລາຍ ແລະ ບ້ານ​ເດັກ SOS. ທ່າງ​ນາງ​ຮອງ​ປະ​ທານ​ປະ​ເທດ ຮັບ​ຮູ້​ການ​ນຳ​ແຂວງ ຢາ​ລາຍ​ ໄດ້​ຄວາມ​ເອົາ​ໃຈ​ໃສ່, ​ລົງ​ທຶນ​ກໍ່​ສ້າງ​ບັນ​ດາ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ໃຫຍ່​ໂຕ, ທັນ​ສະ​ໄໝ​​ເພື່ອສ້າງ​ເງື່ອນ​ໄຂ​ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ 1.200 ຄົນ​ທີ່​​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກເປັນ​ພິ​ເສດ ແລະ ຜູ້​ມີ​ອາ​ຍຸ​ສູງ​ທີ່​​ຢູ່​​ໂດດ​ດ່ຽວ. ນະ​ທີ່ນີ້, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ດັ້ງ​ທິ​ງອກ​ທິ້ງ ໄດ້​ມອບ 2 ຮ​າ​ກ​ຖານ​ລ້ຽງ​ດູ​ ແລະ ສິດ​ສອນເດັກ​ກຳ​ພ້າ​ຈຳ​ນວນ​ເງິນ 40 ລ້ານ​ດົ່ງ​ເພື່ອ​ເບິ່ງ​ແຍງ​ດູ​ແລ​​ໃຫ້​ແກ່​ພວກຫຼານໄດ້​ຕ້ອນ​ຮັບ ບຸນ​ເຕັ​ດ, ພ້ອມ​ທັງ​ມອບ​ທຶນ​ສຶກ​ສາ 100 ທຶນ​​ຂອງກອງ​ທຶນ​ອຸ​ປະ​ກາ​ລະ​ເດັກ​ນ້ອຍ ຫວຽດ​ນາມ ໃຫ້​ແກ່​ພວກຫຼານ​​ທີ່​ມີ​ຜົນ​ງານ​ໃນ​ການ​ຮ່ຳ​ຮຽນ.

        ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 17/1, ທ່ານ​ນາ​ງ​ຮອງ​ປະ​ທານ​ປະ​ເທດ ກໍ່​ໄດ້​​ໄປ​ຢ້ຽມ​ຢາມ, ອວ​ຍ​ພອນ​ປີ​ໃໝ່​​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ຕາ​ແສງ ວິ​ລະ​ຊົນ Ia Phi, ເມືອງ Chu Pah, ແຂວງ ຢາ​ລາຍ.


ຂ່າວ/ບົດ​ອື່ນ