ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແຂວງ ຕຽນຢາງ

(VOVWORLD) - ທີ່ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແຂວງ ຕຽນຢາງ ໃນຕອນເຊົ້າວັນທີ 18 ເມສາ ຢູ່ສຳນັກງານປະທານປະເທດ.
ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແຂວງ ຕຽນຢາງ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ມອບຂອງຂວັນໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແຂວງ ຕຽນຢາງ (ພາບ: TTXVN)

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິງ ຕີລາຄາສູງແຂວງ ຕຽນຢາງ ໃນໄລຍະຜ່ານມາ ໄດ້ຕັ້ງໜ້າຜັນຂະຫຍາຍບັນດາກົນໄກນະໂຍບາຍ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີ ແລະ ຄອບຄົວຜູ້ມີຄຸນງາມຄວາມດີ. ພິເສດແມ່ນການໜູນຊ່ວຍບູລະນະສ້ອມແປງເຮືອນຢູ່ໃຫ້ຜູ້ມີຄຸນງາມຄວາມດີ…ທ່ານນາງຮອງປະທານປະເທດໄດ້ສະໜີຂະແໜງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງ ຕຽນຢາງ ສືບຕໍ່ປຸກລະດົມທຸກແຫຼ່ງກຳລັງເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ຜູ້ມີຄຸນງາມຄວາມດີ, ປະຕິບັດບັນດານະໂຍບາຍສຳລັບເປົ້າໝາຍຜູ້ມີຄຸນງາມຄວາມດີໃຫ້ເປັນຢ່າງດີ. ພ້ອມທັງ ສະແດງໃຫ້ເຫັນຄວາມປາດຖະໜາວ່າ ບັນດາຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ຕຽນຢາງ ສືບຕໍ່ເປັນແບບຢ່າງ, ສຶກສາໃຫ້ລູກຫຼານເສີມຂະຫຍາຍມູນເຊື້ອຮັກຊາດຂອງປະເທດຊາດ, ຂອງຄອບຄົວ ເພື່ອປະກອບສ່ວນຫລາຍກ່ວາ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ