ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມວິລະຊົນ,ທະຫານເສຍອົງຄະ,ເຈັບປ່ວຍ,ນັກຮົບເກົ່າດີເດັ່ນທົ່ວປະເທດ

ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມວິລະຊົນ,ທະຫານເສຍອົງຄະ,ເຈັບປ່ວຍ,ນັກຮົບເກົ່າດີເດັ່ນທົ່ວປະເທດ - ảnh 1
ອງປະທານປະເທດຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມວິລະຊົນ,
ທະຫານເສຍອົງຄະ,ເຈັບປ່ວຍ,ນັກຮົບເກົ່າດີເດັ່ນທົ່ວປະເທດ
(ພາບ: Trọng Đức - TTXVN.)

(vovworld) - ຕອນ​ບ່າຍ​ວັນ​ທີ 17/7, ຢູ່​ສ​ຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ໃຫ້​ການ​ຕ້ອນ​ຮັບ​ແມ່ ຫວຽດ​ນາມ ວິ​ລະ​ຊົນ, ທະ​ຫານ​ເສ​ຍ​ອົງ​ຄະ, ທະ​ຫານ​ເຈັບ​ປ່ວຍ, ນັກ​ຮົບ​ເກົ່າ​ດີ​ເດັ່ນ​ທົ່ວ​ປະ​ເທດ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ຢັ້ງ​ຢືນ​ວ່າ: ໃນຫຼາຍ​ປີ​ຜ່ານ​ມາ, ພັກ ແລະ ລັດ​ຍາ​ມ​ໃດ​ກໍ​ເອົາ​ໃຈ​ໃສ່, ເບິ່​ງ​ແຍງ​ດູ​ແລ, ປັບ​ປຸງ, ຍົກ​ສູງ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ທ່ານ​ນາງ ຫງວຽນ​ທິຢ​ວານ ສະ​ເໜີ​ໃຫ້​ສະ​ຫະ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ນັກ​ຮົບ​ເກົ່າ ສືບ​ຕໍ່​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ປະ​ສິດທິ​ຜົນ​ຊ່ວຍ​ໃຫ້​ສະ​ມາ​ຊິກ​ພັດ​ທະ​ນາ​ການ​ຜະ​ລິດ, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ກິນ​ເຂົ້າ​ຄິດ​ຮອດ​ຄຸນ​ນາ, ກິນ​ປາ​ຄິດ​ຮອດ​ຄຸນ​ນ້ຳ, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ຊາດ. ທ່ານ​ນາງ ຫງວຽນ​ທິຢ​ວານ ຫວັງ​ວ່າ: ແມ່ ຫວຽດ​ນາມ ວິ​ລະ​ຊົນ, ບັນ​ດາ​ທະ​ຫານ​ເສຍ​ອົງ​​ຄະ​, ທະ​ຫານ​ເຈັບ​ປ່ວຍ, ນັກ​ຮົບ​ເກົ່າ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ການ​ປະ​ຕິ​ວັດ, ແມ່ນ​ບ່ອນ​ອີງ​ໜັກ​ແໜ້ນ​ຂອງ​ອົງ​ຄະ​ນະ​ພັກ ແລະ ອຳ​ນາ​ດ​ການ​ປົກ​ຄອງ​ທຸກ​ຂັ້ນ, ແມ່ນ​ແບບ​ຢ່າງ​ທີ່​ໃສ​ແຈ້ງ​ເພື່ອ​ລຸ້ນ​ໜຸ່ມ​ປະ​ຕິ​ບັດ​ຕາມ.


ຂ່າວ/ບົດ​ອື່ນ