ຮອງປະທານປະເທດຕ້ອນຮັບຜູ້ວ່າການແຂວງ Fukushima, ຍີ່ປຸ່ນ

(VOVWORLD) - ຕອນບ່າຍວັນທີ 24 ສິງຫາ, ທີ່ສຳນັກງານປະທານປະເທດ ຫວຽດນາມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ການຕ້ອນຮັບທ່ານ Masao Uchibori, ຜູ້ວ່າການແຂວງ Fukushima (ຍີ່ປຸ່ນ). 
ຮອງປະທານປະເທດຕ້ອນຮັບຜູ້ວ່າການແຂວງ Fukushima, ຍີ່ປຸ່ນ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໃຫ້ການຕ້ອນຮັບທ່ານ Masao Uchibori, ຜູ້ວ່າການແຂວງ Fukushima (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ດັ້ງທິງັອກທິ້ງ ຊົມເຊີຍທ່ານ Masao Uchibori ຜູ້ວ່າການແຂວງ Fukushima ມາຢ້ຽມຢາມ ຫວຽດນາມ ແລະ ຊີ້ແຈ້ງວ່າ ຫວຽດນາມ ເປັນຄັ້ງທຳອິດ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຍີ່ປຸ່ນ, ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືລະຫວ່າງ 2 ປະເທດ. ໃນໄລຍະຈະມາເຖິງ, ທ່ານນາງຮອງປະທານປະເທດສະເໜີທ່ານ Masao Uchibori ສືບຕໍ່ສົ່ງເສີມບັນດາວິສາຫະກິດຂອງແຂວງ Fukushima ລົງທຶນເຂົ້າ ຫວຽດນາມ, ພິເສດແມ່ນໃນບັນດາຂົງເຂດທ່າແຮງຂອງແຂວງ Fukushima ຄື: ອຸດສາຫະກຳ, ກະສິກຳຄຸນນະພາບສູງ, ພະລັງງານຜະລິດຄືນໃໝ່…

        ສ່ວນທ່ານ Masao Uchibori ຜູ້ວ່າການແຂວງ Fukushima (ຍີ່ປຸ່ນ) ໃຫ້ຮູ້ວ່າ: ການຢ້ຽມຢາມຄັ້ງນີ້ຂອງທ່ານ ແມ່ນແນໃສ່ຈຸດປະສົງເພີ່ມທະວີພື້ນຖານການພົວພັນແລກປ່ຽນລະຫວ່າງ ຫວຽດນາມ ແລະ ແຂວງ Fukushima. ຜູ້ວ່າການແຂວງ Fukushima ຢືນຢັນວ່າ ປະຈຸບັນ ບັນດາວິສາຫະກິດຂອງແຂວງ ມີຄວາມສົນໃຈທີ່ສຸດ ແລະ ປາດຖະໜາຢາກຊອກຮູ້ຢ່າງລະອຽດກ່ວາກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນຂອງ ຫວຽດນາມ ໃນບັນດາຂົງເຂດເຕັກໂນໂລຊີ - ເຕັກນິກ, ປະດິດສ້າງຫຸ່ນຍົນ Robit, ສາທາລະນະສຸກ, ພະລັງງານຜະລິດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ