ຮອງປະທານປະເທດມອບທຶນສຶກສາ ໃຫ້ແກ່ນັກຮຽນມັກການຮ່ຳຮຽນ

ຮອງປະທານປະເທດມອບທຶນສຶກສາ ໃຫ້ແກ່ນັກຮຽນມັກການຮ່ຳຮຽນ - ảnh 1

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມຫງວຽນ​ທິຢວານ

(ພາບ:tinngan.vn)

(vovworld) - ຕອນ​ເຊົ້າວັນ​ທີ 28/12, ຢູ່​ແຂວງ​ເງະ​ອານ, ທ່ານ​ນາງ​ຫງວຽນ​ທິຢວານ, ຮອງ​ປະ​ທານ​ປະ​ເທດ​ຫວຽດນາມ, ປະທານ​ສະພາ​ອຸ​ປະ​ກາລະ​ກອງ​ທຶນ​ປົກ​ປ້ອງ​ເດັກ​ຫວຽດນາມ ​ໄດ້​ມອບ​ທຶນ​ສຶກສາ “ນ້ອງ​ບໍ່​ຕ້ອງ​ປະລະ​ການ​ຮຽນ“​ ໃຫ້​ນັກຮຽນ 666 ຄົນ ດ້ວຍ​ຍອດ​ມູນ​ຄ່າ​ເກືອບ 2 ຕື້​ດົ່ງ ຊື່​ງ​ແມ່ນ​ນັກຮຽນ​ທຸກ​ຍາກ, ມັກ​ການຮ່ຳຮຽນທີ່​ອາດ​ຈະ​ຕ້ອງ​ປະລະ​ການ​ຮຽນ​ຢູ່​ແຂວງ​ແທງ​ຮວາ, ​ເງະ​ອານ, ຮ່າ​ຕິ໋ງ ​ແລະ ກວາງ​ບິ່ງ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດນາມຫງວຽນ​ທິຢວານ ​ໄດ້​ສະ​ເໜີ​ໃຫ້​ກອງ​ທຶນອຸ​ປະ​ກາລະ​ເດັກ 4 ​ແຂວງ ຕ້ອງ​ໜູນ​ຊ່ວຍ​ພວກ​ນ້ອງ​ນັກຮຽນ​ທຸກ​ຍາກ​ຮຽນ​ເກັ່ງ​ເພື່ອ​ມີ​ພວກ​ນ້ອງ​ໄດ້​ຮັບ​ທຶນ​ສຶກສາ​ຕື່ມ​ອີກ​ຫຼາຍ​ຄົນ. ທຶນ​ສຶກສາ “ນ້ອງ​ບໍ່​ຕ້ອງ​ປະລະ​ການ​ຮຽນ“​  ນອນ​ໃນ​ໂຄງການ “ໜູນ​ຊ່ວຍ​ການ​ສຶກສາ“ ສັງກັດ​ກອງ​ທຶນ​ອຸປະກາລະ​ເດັກ​ຫວຽດນາມ ​ເພື່ອ​ແນ​ໃສ່​ລະດົມ​ກຳລັງ​ໃຈ​ເດັກນ້ອຍ​ມີ​ຄວາມ​ເຊື່ອໝັ້ນສືບ​ຕໍ່​ຮ່ຳຮຽນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ