ຮອງປະທານປະເທດຫງວຽນທິຢວານຕ້ອນຮັບພະນັກງານ,ຄູອາຈານດີເດັ່ນໃນວຽກງານສຶກສານັກຮຽນພິການ

ຮອງປະທານປະເທດຫງວຽນທິຢວານຕ້ອນຮັບພະນັກງານ,ຄູອາຈານດີເດັ່ນໃນວຽກງານສຶກສານັກຮຽນພິການ - ảnh 1
ທ່ານນາງຮອງປະທານປະເທດຫງວຽນທິຢວານ
ຕ້ອນຮັບພະນັກງານ,ຄູອາຈານດີເດັ່ນໃນວຽກງານສຶກສານັກຮຽນພິການ
(ພາບ: vietbao)


(vovworld) -​ ວັນ​ທີ 25/11, ທີ່​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ເຊິ່ງ​ເປັນ​ພະ​ນັກ​ງານ, ຄູ​ອາ​ຈ​ານ​ດີ​ເດັ່ນ​ໃນວຽກ​ງານ​ສຶກ​ສາ​ນັກ​ຮຽນ​ພິ​ການ, ຢູ່​​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ປາດ​ຖະ​ໜາ​ວ່າ, ບັນ​ດາ​ຄູ​ອາ​ຈານ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ, ຜ່ານ​ຜ່າ​ຄວາມ​ຫຍຸ​້ງ​ຍາກ, ຮັກ​ອາ​ຊີບ ແລະ ເດັກ​ນ​້ອຍ; ມີ​ແຜນ​ການ​ສິດ​ສອນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ເພື່ອ​​ປະ​ກອບ​ຄວາມ​ຮູ້ ແລະ ຍົກ​ສູງ​ທັກ​ສະ​ໃນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ເດັກ​ພິ​ການ. ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທ​ິຢ​ວານ ສະ​ເໜີ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ເພີ່ມ​ທະ​ວີ​ວຽກ​ງານ​ເສ​​ນາ​ທິ​ການ​ໃຫ້​ພັກ, ລັດ ບັນ​ດາ​ກົນ​ໄກ, ນະ​ໂຍ​ບາຍ ເພື່ອ​ເບິ່ງ​ແຍງ​ດູ​ແລ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່, ເງື່ອນ​ໄຂ​ປະ​ຕິ​ບັດ​ງານ​ໃຫ້​ຖັນ​ແຖວ​ຄູ​ອາ​ຈານ​ທີ່​ສິດ​ສອນ​ນັກ​ຮຽນ​ພິ​ການ.

ຂ່າວ/ບົດ​ອື່ນ