ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນເຊີດຊູມໍລະດົກຫວຽດນາມ

ຮອງປະທານປະເທດຫງວຽນທິຢວານເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນເຊີດຊູມໍລະດົກຫວຽດນາມ - ảnh 1
ຮ້ານ​ວາງ​ສະ​ແດງ​ຂອງ ໄຕ​ຫວັນ - ປະ​ເທດ​ຈີນ
(ພາບ: Thanh Hà/TTXVN)

(vovworld) – ຕ​ອນ​ຄ່ຳ​ວັນ​ທີ 2/4, ຢູ່ ຮ່າ​ໂນ້ຍ, ທ່ານ​​ນາງຮອງ​ປ​ະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ (VITM) 2015 ໂດຍ​ສະ​ຫະ​ສະ​ມາ​ຄົມ​ທ່​ອງ​ທ່ຽວ ຫວຽດ​ນາມ, ກົມ​ໃຫຍ່​ທ່ອງ​ທ່ຽວ ແລະ ນະ​ຄອນ ຮ່າ​ໂນ້ຍ ສົມ​ທົບ​ກັນ​ຈັດ​ຕັ້ງ. ປີນີ້​ແມ່ນ​ປີ​ທີ 3 ​ທີ່ງານ​ຕະ​ຫຼາດ​ນັດ​ນີ້​ໄດ້​ຮັບ​ການຈັດ​ຕັ້ງຢູ່ ຫວຽດ​ນາມ. ດ້ວຍ​ຫົວ​ຂໍ້​ວ່າ "ຫວຽດ​ນາມ - ປະ​ເທດ​ຂອງ​ບັນ​ດາ​ມໍ​ລະ​ດົ​ກ", ງານ​ຕະຫຼາດ​ນັດ​ປີນີ້​ສຸມ​ໃສ່​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ຂອງ ຫວຽດ​ນາມ ໂດຍ UNESCO ເຊີດ​ຊູ, ບັນ​ດາ​ຈຸດ​ນັດ​ພົບ​ທີ່ດ​ຶງ​ດູດ​ແຂກ​ທ່ອງ​ທ່ຽວ. ຜ່ານ​ບັນ​ດາ​ກາ​ນ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທຳ​ມະ​ຊາດ​ຂອງ ຫວຽດ​ນາມ ໄດ້​ຮັບ​ການ​ແນະ​ນຳ​ຢ່າງ​ກ້​ວາງ​ຂວາງ​ເຖິງ​ເພື່ອນ​ມິດ​ສາ​ກົນ, ປະ​ກອບ​ສ່ວນ​ໂຄ​ສະ​ນາ​ພາບ​ພົດ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ເຊິ່ງ​ແມ່ນ​ປະ​ເທດ​ມີ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຍາວ​ນານ, ທຳ​ມະ​ຊາດ​ສວຍ​ງາມ, ອາ​ຫາ​ນ​ການ​ກິນ​ທີ່​ອຸ​ດົມ​ສົມ​ບູນ, ຊາວ ຫວຽດ​ນາມ ​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນ​. ກ່າວ​ຄ​ຳ​ເຫັນ​ທີ່​ພິ​ທີ​ໄຂ, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວ​ຍ​ວ່າ​ການ​ກະ​ຊວ​ງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໂຮ່​ແອງ​ຕ໋ວນ, ຊີ້​ແຈ້​ງວ່າ:

        “ດ້ວຍ​ຫົວ​ຂໍ້​ວ່າ: ຫວຽດ​ນາມ - ປະ​ເທດ​ຂອງ​ບັນ​ດາ​ມໍ​ລະ​ດົກ, ງານ​ຕະຫຼາ​ດ​ນັດ​ການ​ທ່ອງ​ທ່ຽວ​ສາ​ກົນ ໄດ້​ປະ​ກອບ​ສ່ວນ​ສ້າງ​ເງື່ອນ​ໄຂ​, ສະ​ພາບ​ແວດ​ລ້ອມ ອຳ​ນວຍ​ຄວາມ​ສະ​ດວກ ເພື່ອ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ, ຜູ້​ໃຊ້​ສອຍ ແລະ ນັກ​ທ່ອງ​ທ່ຽວ​ພົບ​ປະ​ແລກ​ປ່ຽນການ​ຄ້າ. ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ປາດ​ຖະ​ໜາ​ວ່າ: ງານ​ຕະ​ຫຼາດ​ນັດ​ທ່ອງ​ທ່ຽວ​ສາ​ກົນ​ຈະເພີ່ມ​ທະ​ວ​ີ​ວິ​ທີ​​ການຈັດ​ຕັ້ງ​​, ໂຄ​ສະ​ນາ​ເຜີຍ​ແຜ່, ຕິດ​ພັນ​ກັບ​ລະ​ບົບ​ຜະ​ລິດ​ຕະ​ພັນກ່​ວາ​ອີກ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງຄຸນ​ນະ​ພາບ​ຂອງ​ຜູ້​ຊື້, ​ຜູ້ຂາຍ ແລະ ບັນ​ດາ​ການ​ພົວ​ພັນ​ແລກ​ປ່ຽນ​ໃຫ້ມີ​ປະ​ສິດ​ທິ​ຜົນ​ກ່​ວາອ​ີກ.”

 


ຂ່າວ/ບົດ​ອື່ນ