ຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ເຈລະຈາກັບຮອງປະທານາທິບໍດີ ບຸນກາຣີ


ຮອງປະທານປະເທດຫວຽດນາມ ຫງວຽນທິຢວານ ເຈລະຈາກັບຮອງປະທານາທິບໍດີ ບຸນກາຣີ - ảnh 1
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ Margarita Popova

(vovworld)- ໂດຍ​ຮັບ​ຄຳ​ເຊີນ​ຈາກທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ, ຮອງ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ Margarita Popova ພ​້ອມ​ດ້ວຍ​ຄະ​ນະໄດ້​ມາ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 26-29/11/2015. ຕອນ​ເຊົ້າ​ວັນ​ທີ 27/11, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ Margarita Popova. ທີ່​ການ​ເຈ​ລະ​ຈາ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ຫງວຽນ​ທິຢ​ວານ ຢືນ​ຢັນ​ວ​່າ ຫວຽດ​ນາມ​ຍາມ​ໃດ​ກໍ​ຖ​ທ​ເປັນ​ສຳ​ຄັນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ບຸນ​ກາ​ຣີ

 ສ່ວນ​ທ່າ​ນນາງຮອງ​ປະ​ທາ​ນາ​ທິ​ບໍ​ດີ ບຸນ​ກາ​ຣີ Margarita Popova ໄດ້​ຢືນ​ຢັນ​ວ່າ​ ບຸນ​ກາ​ຣີ ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ຫວຽດ​ນາມ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ຂ່າວ/ບົດ​ອື່ນ