ຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງດົ່ງນາຍ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກຢູ່ແຂວງດົ່ງນາຍ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ລົງ​ຢ້ຽມ​ຢາມ​ໂຮງ​ໝ​ໍຫຼາຍ​ຂະ​ແໜງ​ແຂວງ ດົ່​ງ​ນາຍ

(vovworld) - ວັນ​ທີ 27/2, ທ່ານ​ນາງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ພ້ອມ​ກັບ​ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ​ໄດ້​ລົງ​ເຮັດ​ວຽກ​ຢູ່​ແຂວງ​ດົ່ງ​ນາຍ. ພາຍຫຼັງ​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ໄດ້​ໄປ​​ໂຮງ​ໝໍຫຼາຍ​ຂະ​ແໜງ​ແຂວງ ດົ່ງ​ນາຍ, ເຮັດ​ວຽກ ແລະ ອວຍ​ພອນ​ຖັນ​ແຖວ​ແພດ​ໝໍ, ພະ​ນັກ​ງານ​ຂະ​ແໜງ​ການ​ແພດ​ເນື່ອງ​ໃນ​ໂອ​ກາດ​ວັນ​ແພດ​ໝໍ ຫວຽດ​ນາມ 27/2. ນະ​ທີ່ນີ້, ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຖື​ວ່າ: ແຂວງ ດົ່ງ​ນາຍ ເປັນ​ໜຶ່ງ​ໃນ​ບັນ​ດາ​ແຂວງ​ຈຸດ​ສຸມ, ໄດ້​ຮັບ​​ບຸ​ລິ​ມະ​ສິດ​ລົງ​ທຶນ, ນຳ​ໃຊ້​ອຸ​ປະ​ກອນ​ການ​ແພດ, ເຄື່ອງ​ຈັກ​ທີ່​ທັນ​ສະ​ໄໝ, ນຳ​ໃຊ້​ບັນ​ດາ​ຄວາມ​ກ້າວ​ໜ້າ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໃນ​ການກວດ ແລະ ປິ່​ນ​ປົວ​ພະ​ຍາດ. ດັ່ງ​ນັ້ນ, ໄລ​ຍ​ະ​ຈະ​ມາ​ເຖິງ, ຂະ​ແໜງ​ການ​ແພດ​ແຂວງ ດົ່ງ​ນາຍ ຕ້ອງ​ສືບ​ຕໍ່​ຍົກ​ສູງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ມຸ່ງ​ໄປ​ເຖິງ​ມ​ີ​ຄວາມ​ສາ​ມາດ​​ປິ່ນ​ປົວພະ​ຍາດ​ຢູ່​ໃນ​ລະ​ດັບ​ສູງ, ຊ່ວຍ​ໃຫ້​ປະ​ຊາ​ຊົນ​​ໄດ້​ຊົມ​ໃຊ້​ການບໍ​ລິ​ການ​ສາ​ທາ​ລະ​ນະ​ສຸກ​ລະ​ດັບ​ສູງ​ຂອງ​ໂລກ, ເຮັດ​ແນວ​ໃດ​​ເພື່ອໃຫ້​ຄົນ​ເຈັບ​ບໍ່​ຕ້ອງ​ໄປ​ປິ່ນ​ປົວ​ພະ​ຍາດ​ຢູ່​ຕ່າງ​ປະ​ເທດ, ນຳ​ໃຊ້​ພູມ​ປັນ​ຍາ, ​ມະ​ນຸດ ຫວຽດ​ນາມ, ​ກຳ​ລັງຄວາມ​ສາ​ມາດ​ຂອງ​ທ່ານ​ໝ​ໍ ຫວຽດ​ນາມ ປີ່ນ​ປົວ​ໃຫ້​ຊາວ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ