ຮອງປະທານສະພາ ແຫ່ງຊາດ ຕ່ອງທິຟ໋ອງ ຕ້ອນຮັບຫົວໜ້າ ຜູ້ຕາງໜ້າ UNICEF ປະຈຳຫວຽດນາມ

ຮອງປະທານສະພາ ແຫ່ງຊາດ ຕ່ອງທິຟ໋ອງ ຕ້ອນຮັບຫົວໜ້າ ຜູ້ຕາງໜ້າ UNICEF ປະຈຳຫວຽດນາມ - ảnh 1
ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບຫົວໜ້າຜູ້ຕາງໜ້າUNICEFປະຈຳຫວຽດນາມ
(ພາບ: Nguyễn Dân/TTXVN)

(vovworld) – ທີ່​ການ​ຕ້ອນຮັບ​ທ່ານ​ນາງ Lotta Sylwander, ຫົວໜ້າຜູ້ຕາງໜ້າ​ກອງ​ທຶນ​ອະນຸຊົນ​ສະຫະ​ປະຊາ​ຊາດ (UNICEF) ປະຈຳ ຫວຽດນາມ, ​ເມື່ອຕອນ​ບ່າຍ​ວັນ​ທີ 25/11, ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຕ່ອງ​ທິຟ໋ອງ ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ UNICEF ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຊິ່ງ​ໄດ້ຊ່ວຍ​ປັບປຸງ​ວຽກ​ງານ​ປົກ​ປ້ອງ, ​ເບິ່ງ​ແຍງ​ດູ​ແລ ​ແລະ ປະຕິບັດ​ສິດ​ຂອງ​ເດັກ​ຢູ່ ຫວຽດນາມ, ພິ​ເສດ, UNICEF ​ໄດ້​ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ, ​ເປັນ​ຂົວ​ຕໍ່​ເພື່ອ​ໃຫ້​ ຫວຽດນາມ ສຳ​ພັດ​ກັບ​ບົດຮຽນ ​ແລະ ​ແຫຼ່ງກຳລັງ​ສາກົນ, ຈາກ​ນັ້ນ​ປະ​ກອບ​ສ່ວນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ກວດ, ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ, ບັນດາ​ມາດ​ຕະການ​ຫລຸດຜ່ອນ​ອັດຕາ​ການ​ຕາຍ​ຂອງ​ເດັກ​ຫາ​ກໍ່​ກຳ​ເນີ​ດ ​ແລະ ຂາດ​ທາດ​ບຳລຸງ​ຂອງ ຫວຽດນາມ​ຢ່າງ​ມີ​ປະສິດທິ​ຜົນ, ສ້າງ​ສະພາບ​ແວດ​ລ້ອມ​ປອດ​ໄພ ​ແລ​ະ ປອດ​ໄສ​ໃຫ້​ແກ່​ເດັກ ຫວຽດນາມ.

    ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້ UNICEF ສືບ​ຕໍ່​ສະຫງວນ​ແຫຼ່ງກຳ​ລັງ​ໜູນ​ຊ່ວຍ​ໃຫ້ ຫວຽດນາມ, ຊ່ວຍ​ ຫວຽດນາມ ສ້າງ​ສຳ​ເລັດ, ປັບປຸງກອບ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ ​ແລະ ​ເບິ່ງ​​ແຍງ​ດູ​ແລ​ເດັກ, ຍົກ​ສູງ​ສະຕິ​ຄວາມຮັບ​ຮູ້​ກ່ຽວ​ກັບ​ສິດ​ຂອງ​ເດັກ, ພ້ອມ​ທັງ​ໜູນ​ຊ່ວຍ​ການ​ສ້າງ​ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ສົນທິສັນຍາ​ກ່ຽວ​ກັບ​ສິ​ດຂອງ​ເດັກ.



ຂ່າວ/ບົດ​ອື່ນ