ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງເບັນແຈ


ຮອງປະທານສະພາແຫ່ງ ຊາດຫງວຽນທິກິມເງິນ ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງເບັນແຈ - ảnh 1

(ພາບ: vov)

(vovworld)– ​ ຕອນ​ເຊົ້າວັນ​ທີ 4/12, ຢູ່​ແຂວງ​ເບັນ​ແຈ, ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແຂວງ​ເບັນ​ແຈ ​ໄດ້​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ບາ​ຈີ ກ່ວາ 200 ຄົນ​​ເພື່ອ​ລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ສະພາ​ແຫ່ງ​ຊາດຫວຽດນາມ ຊຸດ​ທີ 13. ຜູ້​ມີ​ສິດ​ເລືອກ​ຕັ້ງຕີ​ລາຄາ​ສູງ​ໝາກຜົນ​ສະ​ໄຫມ​ປະຊຸມ​ຜ່ານ​ມາ, ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ການ​ຊັກ​ຖາມ ​ແລະ ຕອບ​ຄຳ​ຊັກ​ຖາມ​ຂອງ ສສຊ ​ແລະ ບັນດາ​ສະມາຊິກ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ. ບັນດາຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​​ເບັນ​ແຈ ກໍ່​ເຫັນ​ດີ​ເປັນ​ເອກະສັນ​ສູງ​ກັບ​ໝາກຜົນ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ບັນດາ​ພະນັກງານ​ຂັ້ນສູງ.

  ຕາງໜ້າ​ໃຫ້​ຄະນະ​ຜູ້​ແທນ ສສຊ, ທ່ານ​ນາງ​ຫງວຽນ​ທິກີ​ມ​ເງິນ ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ​ເພື່ອ​ສ່ອງ​ແສງ​ເຖິງ​ສະພາ​ແຫ່ງ​ຊາດ​ໃນ​ສະ​ໄໝ​ປະຊຸມ​ຄັ້ງຕໍ່​ໄປ. ​ໃນ​ວັນ​ດຽວ​ກັນ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ທິກີ​ມ​ເງິນ ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ຢົ່ງ​ຈົມ./.

ຂ່າວ/ບົດ​ອື່ນ