ຮອງປະທານສະພາແຫ່ງຊາດ Tong Thi Phong ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງດັກລັກ

ຮອງປະທານສະພາແຫ່ງຊາດ Tong Thi Phong ພົບປະກັບຜູ້ມີສິດ ເລືອກຕັ້ງແຂວງດັກລັກ - ảnh 1
(ພາບປະກອບ)

(vovworld) -     ​ໂດຍ​ສືບ​ຕໍ່​ລາຍການ​ພົບ​ປະຜູ້​ມີ​ສິດ​ເລືອກ​ຕັ້ງ​ແຂວງ​ດັກ​ລັກ, ຕອນ​ບ່າຍ​ວັນ​ທີ 27/9, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Tong Thi Phong ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ດັກ​ລັກ ​ໄດ້​ມີ​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ກອງ​ບັນຊາ​ການ​ທະ​ການ​ຊາຍ​ແດນ​ແຂວງ. ທີ່​ການ​ພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong  ​ໄດ້​ເນັ້ນ​ນັກ​ວ່າ, ນີ້​ແມ່ນ​ກອງ​ປະຊຸມ​ທີ່​ມີ​ຄວາມ​ໝາຍ​ພິ​ເສດ, ​ເມື່ອ​ເຕື້ອງ​ເຖິງ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດຊາດ​ຄື: ບັບປຸງ​ລັດຖະທຳ​ມະນູນ, ປ່ອນ​ບັດ​ໄວ້​ວາງ​ໃຈຕໍ່​ພະນັກງານ​ຄຸ້ມ​ຄອງ​ໂດຍ​ສະພາ​ແຫ່ງ​ຊາດ, ສະພາ​ປະຊາຊົນ​​​ເລືອກຕັ້ງ ​ແລະ ຮັບຮອງ​ເອົາ… ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Tong Thi Phong  ກ່າວ​ວ່າ.

        “​ເລື່ອ​ງ​ປ່ອນ​ບັດ​ໄວ້​ວາງ​ໃຈ​ແມ່ນ​ບັນດາ​ບັນຫາ​ໃຫຍ່ຫຼວງ, ​ແລະ ​ໃໝ່ອ່ຽມ. ​ແຕ່​ເລື່ອງ​ປ່ອນບັດ​ໄວ້​ວາງ​ໃຈ ​ເພື່ອ​ຕີ​ລາຄາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ພາຍຫຼັງ​ 2 ປີ ​ແມ່ນຕໍ່າ​ກວ່າ 50% ກໍແມ່ນ​ບັນຫາ​ຕ້ອງ​ຄົ້ນຄວ້າ​ຢ່າງ​ລະມັດ​ລະວັງນັບ​ທັງ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ. ຈາກ​ບັນດາ​ສິ່ງ​ດັ່ງກ່າວ, ​ໃນ​ໄລຍະ​ຈະ​ມາ​ເຖິງ ສະພາ​ແຫ່ງ​ຊາດ​ຈະ​ເສີມ​ຂະຫຍາຍ​ບົດບາດ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ໃນສະພາ​ແຫ່ງ​ຊາດ, ບົດບາດ​ຂອງ​ສະພາ​ຊົນ​ເຜົ່າ​ສະພາແຫ່ງ​ຊາດ ​ໃນ​ວຽກ​ງານ​ເພີ່ມ​ທະວີການ​ອະ​ພິປາຍຂອງ​ບັນດາ​ສະມາຊິກ​ລັດຖະບານ​ຕໍ່​ສະພາ​ແຫ່ງ​ຊາດ, ຫຼັງ​ຈາກ​ນັ້ນ​ເພີ່ມ​ທະວີ​ການ​ຊັກ​ຖາມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຕໍ່​ບັນດາ​ສະມາຊິກ​ລັດຖະບານ ຢູ່ທີ່​ກອງປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ​ເພື່ອ​ມຸ່ງ​ໄປ​ເຖິງ​ບັນດາ​ວາລະ​ຊັກ​ຖາມ​ຂອງ​ສະພາ​ແຫ່ງ​ຊາດ ຈະ​ໄດ້​ຮັບ​ການ​ຍົກ​ສູງ​ຄຸນະພາບ​ໃນ​ລະດັບມະຫາ​ພາກ.”

ຂ່າວ/ບົດ​ອື່ນ