ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະຜູ້ແທນ ຊົນເຜົ່າສ່ວນໜ້ອຍເຊີນລາ

ຮອງປະທານສະພາແຫ່ງຊາດ Uong Chu Luu ຕ້ອນຮັບຄະນະຜູ້ແທນ ຊົນເຜົ່າສ່ວນໜ້ອຍເຊີນລາ - ảnh 1
ທີ່ການຕ້ອນຮັບ​ຄະນະ​ຜູ້​ແທນທີ່​ຕາງໜ້າ​ບັນດາ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​​​ແຂວງເຊີນ​ລາ
( ພາບ: cpv.org.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 7/6, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ໃຫ້ການຕ້ອນຮັບ​ຄະນະ​ຜູ້​ແທນທີ່​ຕາງໜ້າ​ບັນດາ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ​​​ແຂວງເຊີນ​ລາ,​​ ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ຍ້ອງຍໍສັນລະ​ເສີນ​ການ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມ, ພິ​ເສດ​ແມ່ນ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນ​ບໍລິ​ເວນ​ແຂວງ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ​ໄດ້​ເນັ້ນ​ໜັກ​ວ່າ; ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ຍາມ​ໃດພັກ ​ແລະ ລັດ ກໍ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຂດ​ຫ່າງ​ໄກ​ສອກ​ຫຼີກ, ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ​ໃນ​ນັ້ນ​ມີ​ແຂວງ​ເຊີນ​ລາ ຜ່ານ​ບັນດາ​ໂຄງການ, ​ຈຸດໝາຍ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ, ປະກອບສ່ວນ​ຫຼຸດຜ່ອນຄວາມ​ຫຍຸ້ງຍາກ​ໃຫ້​ປະຊາຊົນບັນດາເຜົ່າ​ສ່ວນ​ໜ້ອຍ​ໄດ້​ສ່ວນ​ໃດ​ສ່ວນໜື່ງ. ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດປາດ​ຖະໜາ​ວ່າ ບັນດາ​ຜູ້​ແທນ​ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ​ແຂ່ງ​ຂັນ​ກັນພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມອຶດຫິວທຸກ​ຍາກ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ປະ​ກອບ​ສ່ວນ​ສ້າງສາ​ບ້ານ​ເກິ​ດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ