ຮອງປະທານສະພາແຫ່ງຊາດ ຕ້ອນຮັບກຸ່ມສະມາຊິກສະພາມິດຕະພາບເບລາຣຸດ - ຫວຽດນາມ

ຮອງປະທານສະພາແຫ່ງຊາດ ຕ້ອນຮັບກຸ່ມສະມາຊິກສະພາມິດຕະພາບເບລາຣຸດ - ຫວຽດນາມ - ảnh 1
ທ່ານຮອງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Uong Chu Luu ​
ຕ້ອນຮັບຄະນະ​ຜູ້​ແທນກຸ່ມ​ສະມາຊິກ​ສະພາ​ມິດຕະພາບ​ເບ​ລາຣຸດ - ຫວຽດນາມ
( ພາບ: daibieunhandan.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 31/5, ຢູ່​ທີ່ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານຮອງປະທານ​ສະພາ​ແຫ່ງ​ຊາດຫວຽດນາມ Uong Chu Luu ​ໄດ້​ໃຫ້ການຕ້ອນຮັບຄະນະ​ຜູ້​ແທນກຸ່ມ​ສະມາຊິກ​ສະພາ​ມິດຕະພາບ​ເບ​ລາຣຸດ - ຫວຽດນາມ ​ໂດຍ​ທ່ານ Vitaly Busko ​ເປັນ​ຫົວໜ້າ​ຄະນະ​ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານຮອງປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ແລະ ​ເບ​ລາຣຸດ​ ມີສາຍ​ພົວພັນ​ທ່ີ​ເປັນ​ມູນ​ເຊື້ອ, ​ໃກ້ຊິດສະໜິດ​ສະ​ນົມ ​ແລະ ສັດຊື່​ບໍລິສຸດ, ຍາມ​ໃດ​ຫວຽດນາມ ກໍ​ຈົດຈຳ ​ແລະ ຮູ້​ບຸນຄຸນ​ຕໍ່ການ​ຊ່ວຍ​ເຫຼືອ, ການສະໜັບສະໜູນ​​ເຊິ່ງປະຊາຊົນເບ​ລາຣຸດ ສະຫງວນ​ໃຫ້​ແກ່ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍຊາດ​ ແລະ ​ເຕົ້າ​ໂຮມປະ​ເທດ​ຊາດ​ເປັນ​ເອກະ​ພາບ​​ໃນ​ເມື່ອ​ກ່ອນ ກໍ່ຄື​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານຮອງປະທານ​ສະພາ​ແຫ່ງ​ຊາດ Uong Chu Luu ​ໄດ້​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ ສອງ​ປະ​ເທດ​ຄວນ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ເສີມ​ຂະຫຍາຍ​ບັນດາ​ທ່າ​ແຮງ​ຂອງ​ສອງ​ຝ່າຍ ​ແລະ ຍົກສູງ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ.

ຂ່າວ/ບົດ​ອື່ນ