ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນອະນຸບານ ຫວຽດນາມ - ສ​ປ​ປ ເກົ​າຫຼີ

(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ຕີລາຄາສູງໄລຍະທາງແຫ່ງການສ້າງສາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຊຸມປີຜ່ານມາຂອງໂຮງຮຽນ.
ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນອະນຸບານ ຫວຽດນາມ - ສ​ປ​ປ ເກົ​າຫຼີ  - ảnh 1 ທ່ານ ອວງຈູລືວ ທີ່ການເຮັດວຽກ

 

ຕອນບ່າຍວັນທີ 4 ມີນາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງໂຮງຮຽນອະນຸບານ ຫວຽດນາມ - ສປປ ເກົາຫຼີ ມິດຕະພາບ (1978 – 2018) ແລະ ການຮັບຫຼຽນໄຊເອກະລາດຊັ້ນ 3. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ຕີລາຄາສູງໄລຍະທາງແຫ່ງການສ້າງສາ ແລະ ເຕີບໃຫຍ່ຂະຫຍາຍຕົວໃນຊຸມປີຜ່ານມາຂອງໂຮງຮຽນ. ທ່ານຮອງປະທານສະພາແຫ່ງຊາດ ຖືວ່າ: ການສຶກສາຂັ້ນອະນຸບານ ແມ່ນຂັ້ນທຳອິດໃນລະບົບການສຶກສາ, ສ້າງພື້ນຖານໃຫ້ແກ່ການພັດທະນາທາງດ້ານສຸຂະພາບຮ່າງກາຍ, ສະຕິຄວາມຮັບຮູ້, ນ້ຳໃຈຕໍ່ສັງຄົມສຳລັບເດັກນ້ອຍ. ບັນດາຄວາມຮູ້, ທັກສະເຊິ່ງເດັກນ້ອຍໄດ້ຮັບຜ່ານການສຶກສາຂັ້ນອະນຸບານ ຈະເປັນພື້ນຖານໃນການສ້າງບຸກຄະລິກກະພາບ ແລະ ບັນດາຜົນງານຂອງເດັກໃນອະນາຄົດ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ໄດ້ສະເໜີໃຫ້ນະຄອນ ຮ່າໂນ້ຍ ແລະ ທຸກຂັ້ນ, ທຸກຂະແໜງການສືບຕໍ່ເອົາໃຈໃສ່ພິເສດເຖິງຂະແໜງການສຶກສາຂັ້ນອະນຸບານຂອງນະຄອນຫຼວງ ເວົ້າລວມ ແລະ ໂຮງຮຽນອະນຸບານ ຫວຽດນາມ - ສປປ ເກົາຫຼີ ມິດຕະພາບເວົ້າສະເພາະ; ສືບຕໍ່ລົງທຶນໃນໄລຍະຕໍ່ໄປເພື່ອໃຫ້ໂຮງຮຽນອະນຸບານ ຫວຽດນາມ - ສປປ ເກົາຫຼີ ກາຍເປັນໂຮງຮຽນແບບຢ່າງ, ແມ່ນສັນຍາລັກອັນສວຍງາມຮັດແໜ້ນນຳໃຈສາມັກຄີລະຫວ່າງ 2 ຊາດ ຫວຽດນາມ ແລະ ສປປ ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ