ຮອງປະທານສະພາແຫ່ງຊາດຕອງທິຟອງ ສິ້ນສຸດການຢ້ຽມຢາມຈີນ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ສ.ປ ຈີນ, ຄະນະ​ຜູ້​ແທນ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໂດຍ​ທ່ານ​ນາງ ຕ່ອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່ ສ.ປ ຈີນ ​ແຕ່​ວັນ​ທີ 4 ຫາ ວັນ​ທີ 8/1/2012. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ​ ໄດ້​ມີ​ການພົບ​ປະ​ເຈລະຈາ ກັບ​ທ່ານ ອູ່ປາງກົ້ວ, ກຳມະການ​ປະຈຳ​ກົ​ມການ​ເມືອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຫົວໜ້າ​ກຳມະການ​ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດຈີນ, ​ເຈລະຈາ ກັບ​ ທ່ານ ​ລຸ​ຢູງສຽງ ຮອງ​ຫົວໜ້າກຳມະການຄະນະປະຈຳ​ສະພາ​ແຫ່ງ​ຊາດ​ຈີນ, ຢ້ຽມຢາມ​ຮາກ​ຖານ​ເສດຖະກິດ - ວັດທະນະທຳ​ຂອງ ບັກ​ກິ່ງ ​ແລະ ຊຽງ​ໄຮ້ ຈຳນວນ​ໜຶ່ງ.ທ່ານ​ນາງ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຢືນຢັນວ່າ: ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ່​ນັບຖື​ການ​ສະໜັບສະໜູນ, ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ​ແລະ ມີ​ປະສິດທິ​ຜົນ​ຂອງ​ປະຊາຊົນ​ຈີ​ນທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ​ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ປະ​ເທດ​ຊາດ​ໃນ​ເມື່ອ​ກ່ອນ ກໍ່ຄື​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ. ທ່ານ​ນາງ​ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຈີນ​ໃຫ້​ເປັນ​ປົກກະຕິ ​ບົນ​ພື້ນຖານ​ບັນດາ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ. ສິ່ງ​ດັ່ງກ່າວ​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ 2 ປະ​ເທດ ​ໃນ​ພາລະກິດ​ປະຕິ​ຮູບ, ປ່ຽນ​ແປງ​ໃໝ່ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຕົນ, ກໍ່​ຄື​ໃຫ້​ແກ່​ຄວາມມີສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ​ ​ໃນ​ໂລກ. 2ຝ່າຍ​ຢັ້ງຢືນ​ຕ້ອງ​ນຳ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ ຫວຽ​ດນາມ - ຈີນ ​ກ້າວ​ເຂົ້າສູ່​ລວງ​ເລີກ, ມີສະຖຽນ​ລະ​ພາບ​ຢ່າງ​ຍາວ​ນານ​ບົນ​ພື້ນຖານ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ພ້ອມ​ກັນ​ນັ້ນ​ກໍ່​ສົມທົບ​ກັນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ.ແລະກໍ່​​ໃນ​ວັນ​ທີ 8/1, ທ່ານນາງ​ຮອງ​ປະທານສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​​ໄດ້ເຂົ້າຮ່ວມ​ເວທີ​​ປາ​ໄສ​ລັດຖະສະພາ ອາຊີ - ປາ​ເຊ​ຟິກ ຄັ້ງ​ທີ່ 20 ​ເຊິ່ງຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ໂຕກ​ຽວ, ​ປະ​ເທດ ຍີ່​ປູ່​ນ.

 

 

ຂ່າວ/ບົດ​ອື່ນ