ຮອງປະທານສະພາແຫ່ງຊາດຕ່ອງທິຟອງຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍຜ່ານໄລຍະຕ່າງໆ

ຮອງປະທານສະພາແຫ່ງຊາດຕ່ອງທິຟອງຕ້ອນຮັບຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍຜ່ານໄລຍະຕ່າງໆ - ảnh 1
ທ່ານນາງຮອງປະທານສະພາແຫ່ງຊາດຕ່ອງທິຟອງຕ້ອນຮັບ
ຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງດົ່ງນາຍຜ່ານໄລຍະຕ່າງໆ
(ພາບ: TTXVN)


(vovworld) – ທີ່​ການ​ຕ້ອນຮັບຄະ​ນະ​ຜູ້​ແທນ​ສະມາຊິກສະພາ​ແຫ່ງ​ຊາດ​ແຂວງ​ດົ່ງ​ນາຍ ​ຜ່ານ​ໄລຍະ​ຕ່າງໆ, ທ່ານ​ນາງ ຕ່ອງ​ທິຟອງ, ກຳມະການ​ກົ​​​ມການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ, ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ພວມ​ປ່ຽນ​ໃໝ່​ເທື່ອ​ລະ​ກ​້າວ. ດ້ວຍ​ຄວາ​ມຮັບຜິ​ດຊອບ, ພາລະ​ໜ້າ​ທີ່, ບົດບາດ, ສິດ​ອຳນາດຂອງ​ສະພ​າ​ແຫ່ງ​ຊາດ ​ແມ່ນ​ສ້າງ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ສະພາ​ແຫ່ງ​ຊາດ​ຊຸ​ດທີ 13 ​ໄດ້​ສືບ​ທອດ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວຂອງ​ບັນດາ​ຊຸດ​ກ່ອນ ​ແລະ ມີ​ການ​ປ່ຽນ​ໃໝ່. ລັດຖະທຳ​ມະນູນ 2013 ​ແລະ ບັນດາ​ກົດໝາຍ​ສຳຄັນ ກ່ຽວ​ຂ້ອງ​ເຖິງ​ກົງ​ຈັກ​ການ​ເມືອງ, ສິດຂອງ​ມະນຸດ, ສິດ​ຂອງ​ພົນ​ລ​ະ​ເມືອງ ​ໄດ້​ຮັບ​ການ​ປັບ​ປຸງ, ປະກາດ​ໃຊ້. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່​ອງທິຟອງ ປາດ​ຖະໜາ​ວ່າ, ບັນດາ​ຜູ້​ແທນ​ຈະ​ສືບ​ຕໍ່ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ, ວິທີ​ຄຸ້ມ​ຄອງ​ກິດຈະກຳ, ​ເສີ​ມຂະຫຍາ​ຍກຳລັງ​ຄວາມ​ສາມ​ດຕິດຕາມກວດກາ ​ໃນ​ການ​ສ້າງ​ບັນດາ​ກິດຈະກຳ​ຈຸດ​ສຸມ​ແຫ່ງຊາດ.

      ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ກໍ​ໄດ້​​ແຈ້ງໃຫ້​ຊາບ​ວ່າ ຄະນະ​ພັກ​ສະພາ​ແຫ່ງ​ຊາດ ພວມ​ຕັ້ງໜ້າ​ກະກຽມ​​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍຢ່າງ ​ເພື່ອ​ມຸ່ງ​ໄປ​ເຖິງ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​​ແຫ່ງ​ວັນ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຄັ້ງ​ທຳ​ອິດ (06/01/1946 – 06/01/2016), ​ເຊິ່ງຄາດ​ວ່າຈະ​ຈັດ​ຂຶ້ນ​ໃນລະຫວ່າງ​ວັນ​ທີ 01 – 06/01/2016.

ຂ່າວ/ບົດ​ອື່ນ