ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບປະທານສະພາສະຫະພັນລັດເຊຍ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບປະທານສະພາສະຫະພັນລັດເຊຍ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ຂອບ​ເຂດກອງ​ປະ​ຊມ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 35 (AIPA 35), ຕອນ​ບ່າຍ​ວັນ​ທີ 19/9, ຢູ່​ນະ​ຄອນຫຼວງ ວຽງ​ຈັນ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Valentina Ivanovna Matviyenko, ປະ​ທານ​ສະ​ພາ​ສະ​ຫະ​ພັນ (ສະ​ພາ​ສູງ​) ລັດ​ເຊຍ.

        ນະ​ທີ່ນີ້, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໄດ້ ສະ​ເໜີ​ໃຫ້ 2 ຝ່າຍ​ສືບ​ຕໍ່​ກົນ​ໄກ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ຫັນ​ການ​ພົວ​ພັນ 2 ຝ່າຍ​ຜ່ານ​ບັນ​ດາ​ການ​ຮ່ວມ​ມື​ຂອງ​ພັກ, ສະ​ພາ​ແຫ່ງ​ຊາດ, ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖີ່ນ, ວິ​ສາ​ຫະ​ກິດ ແລະ ​ພົວ​ພັນແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ເປັນຫຼາຍ​ຮູບຫຼາຍ​ແບບ, ສືບ​ຕໍ່​ຍູ້​ແຮງ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສ​ູງ, ບັນ​ດາ​ກຳ​ມາ​ທິ​ການ, ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາ​ດ​ຍຸ​ດ​ທະ​ສາດ… ທ່ານ​ນາງ​ຮອງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ເຮັດ​ຈົນ​ສ​ຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປັບ​ປຸງ, ເພີ່ມ​ທ​ະ​ວີ, ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ, ສືບ​ຕໍ່​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ບັນ​ດາ​ສັນ​ຍາ, ຂໍ້​ຕົກ​ລົງ​ທີ່​ໄດ​້​ລົງ​ນາມ, ສະ​ເໜີ​ໃຫ້ ​ສະ​ພາດູ​ມາ​ແຫ່ງ​ຊາດ (ສະ​ພາ​ຕ່ຳ) ລັດ​ເຊຍ ສະ​ໜັບ​ສະ​ໜູນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ກັບ​ພັນ​ທະ​​ພາບ​ພາ​ສີ ລັດ​ເຊຍ, ກາ​ຢັກ​ສະ​ຖານ, ເບ​ລາ​ຣຸດ, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ ຫວຽດ​ນາມ ດຳ​ລົງ​ຊີ​ວິດ​, ເຮັດ​ວຽກ​ຢູ່ ສະ​ຫະ​ພັນ ລັດ​ເຊຍ.

ຂ່າວ/ບົດ​ອື່ນ