ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບເລຂາທິການໃຫຍ່ພັກFMLN,El Salvador

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບເລຂາທິການໃຫຍ່ພັກFMLN,El Salvador - ảnh 1
ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຕ້ອນຮັບເລຂາທິການໃຫຍ່
ພັກFMLN,El Salvador
(ພາບ: Phương Hoa - TTXVN)

(​vovworld) – ​ ​​​​​​​​ຕອນ​ບ່າຍ​ວັນ​ທີ 7/5, ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ Medardo Gonzales, ເລ​ຂາ​ທິ​ການ​ໃຫຍ່​ພັກ​ແນວ​ໂຮມ​ປົດ​ປ່ອ​ບ​ຊາດ Farabundo Marti (FMLN), El Salvador ມາຢ້ຽມ​ຢາມ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຫວັງ​ວ່າ: ພັກ​ແນວ​ໂຮມ​ປົດ​ປ່ອ​ບ​ຊາດ Farabundo Marti ຈະ​ສືບ​ຕໍ່​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ​ເພື່ອ​ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ໃຫຍ່ຫຼວງ​ກ່​ວາ​ອີກ​ເພື່ອ​ສັນ​ຕິ​ພາບ, ເອ​ກະ​ລາດຂອງ​ຊາດ, ປະ​ຊາ​ທິ​ປະ​ໄຕ, ຄວາມ​ກ້າວ​ໜ້າ ແລະ ຄວາມ​ຍຸ​ຕິ​ທຳ​ສັງ​ຄົມ. ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ສືບຕໍ່​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ ​ El Salvador ໃນ​ການ​ພົວ​ພັນ 2 ຝ່າຍກໍ່​ຄື​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາຫຼາຍ​ຝ່າຍ.

    ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Medardo Gonzales ຫວັງ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ແລະ​ El Salvador ຈະ​ພ້ອມ​ກັນ​ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ບົດ​ຮຽນ​ໃນ​ການ​ເຄື່ອນ​ໄຫວ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.


ຂ່າວ/ບົດ​ອື່ນ