ຮອງປະທານສະພາແຫ່ງຊາດຕ່ອງທິຟ້ອງຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງບາວີ່ , ຮ່າໂນ້ຍ

ຮອງປະທານສະພາແຫ່ງຊາດຕ່ອງທິຟ້ອງຢ້ຽມຢາມຄອບຄົວເປົ້າໝາຍນະໂຍບາຍຢູ່ເມືອງບາວີ່ , ຮ່າໂນ້ຍ    - ảnh 1
ຮອງປະທານສະພາແຫ່ງຊາດຕ່ອງທິຟ້ອງຢ້ຽມຢາມຄອບຄົວ
ເປົ້າໝາຍນະໂຍບາຍ

(vovworld)- ຕອນ​ບ່າຍ​ວັນ​ທີ 26/7, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ້ອງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​​ແກ່​ບັນດາ​ຄອບຄົວ​​ເປົ້າໝາຍນະ​ໂຍບາຍ ຢູ່​ຕາ​ແສງ ບາ​ວີ່ ​ເມື​ອງ ບາ​ວີ່ , ຮ່າ​ໂນ້ຍ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ້ອງ ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ບັນດາ​ທະຫານ​ເສຍ​ອົງຄະ, ຄອບຄົວ​ທີ່​ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດ ທີ່​ມີ​ການ​ປະກອບສ່ວນ​ເຂົ້າ​ໃນພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ້ອງ ຢືນຢັນ​ວ່າ : ພັກ , ລັດ ​ແລະ ປະຊາຊົນ​ຫວຽດນາມ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ຊີວິດ​ການ​ເປັນ​ຢູ່​ຂອງ ບັນດາ​ທະຫານ​ເສຍ​ອົງຄະ, ຄອບຄົວ​ທີ່​ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ້ອງ ຫວັງ​ວ່າ ບັນດາ​ທະຫານ​ເສຍ​ອົງຄະ, ຄອບຄົວ​ທີ່​ມີນັກຮົບເສຍສະຫຼະຊີວິດ ເພື່ອຊາດສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຕັ້ງໜ້າ​ອອກ​ແຮງ​ງານ, ​ມີ​ການ​ປະກອບສ່ວນ​ເຂົ້າ​ໃນພາລະກິດ​ສ້າງສາ, ພັດທະນາປະ​ເທດ​ຊາດ. ພ້ອມ​ທັງ​ສະ​ເໜີ​ໃຫ້​ທ້ອງ​ຖິ່ນ​ໃຫ້ການ​ຊ່ວຍ​ເຫຼືອ, ລະດົມ​ກຳລັງ​ໃຈ ຊ່ວຍ​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບືນ​ຕົວ​ຂຶ້ນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ . 

ຂ່າວ/ບົດ​ອື່ນ