ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກກັບສະຖານທູດຫວຽດນາມປະຈຳເຢຍລະມັນ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເຮັດວຽກກັບສະຖານທູດຫວຽດນາມປະຈຳເຢຍລະມັນ - ảnh 1
ທ່ານ​ນາງຕ່ອງ​ທິຟ໋ອງເຮັດ​ວຽກ​ກັບ​ສະຖານທູດຫວຽດນາມຢູ່ Berlin
(ພາບ: DucChung/TTXVN)

(vovworld) – ​ ​ໃນ​ລະຫວ່າງ​ວັນ​ທີ 26 – 27/9, ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ນາງ ຕ່ອງ​ທິຟ໋ອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ນຳ​ໜ້າ ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສະຖານທູດ ຫວຽດນາມ ຢູ່ Berlin, ພົບ​ປະກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ຊາວ ຫວຽດນາມ ​ຢູ່​ ​ເຢຍລະ​ມັນ ​ແລະ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດທະນະທຳ, ພົບ​ປະ​ແລກປ່ຽນຕ່າງໆ​ຢູ່​ນະຄອນຫລວງ Berlin. ກ່າວ​ຄຳ​ເຫັນ​ກັບ​ພະນັກງານ, ພາລະ​ກອນ​ສະຖານທູດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ສະ​ເໜີ​ສະຖານທູດ​ສືບ​ຕໍ່​ປະຕິບັດ​ວຽກ​ງານທຸກ​ດ້ານ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ປະກອບສ່ວນ​ ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢຍລະ​ມັນ ​ໃນ​ສະພາບ​ການ​ໃໝ່​ຢ່າງ​ແທດ​ຈິງ. ທີ່​ການ​ພົບ​ປະ​ກັບ​ພໍ່​ແມ່​ປະຊາຊົນ​ຊາວ​ ຫວຽດນາມ ອາ​ໄສຢູ່ ​ເຢຍລະ​ມັນ, ​ເຊິ່ງຈັດ​ຕັ້ງ​ທີ່​ສູນ​ຫວຽດນາມ ຢູ່​ນະຄອນຫລວງ Berlin, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ແຈ້ງ​ບາງ​ຈຸດ​ໃຫຍ່​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ເວລາ​ມໍ່ໆ​ມາ​ນີ້; ນະ​ໂຍບາຍ​ການ​ຕ່າງປະ​ເທດ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ຫັນ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ, ຫັນ​ເປັນ​ຫລາຍ​ຝ່າຍ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຂອງ​ພັກ ​ແລະ ລັດ​ໃນ​ສະພາບ​ການ​ໃໝ່ ກໍ​ຄື​ການ​ພັດທະນາ​ແຮງ​ຂອງ​ການ​ພົວພັນ 2 ຝ່າຍ​ລະຫວ່າງ ຫວຽດນາມ ​ແລະ ​ເຢຍລະ​ມັນ.  ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ກໍ​ເຂົ້າ​ຮ່ວມ ​ແລະ ຕັດ​​ແຖບຜ້າ​ເປີດ​ສະຫລອງ​ງານ​ວາງສະ​ແດງ​ຮູບພາບ ​ແລະ ສັບປະດາສາຍ​ຮູບ​ເງົາ “ຫວຽດນາມ - ຈຸດ​ມັດ​ພົບ​ສາກົນ 2015” ​ໂດຍ​ກະຊວງ​ຖະ​ແຫຼ​ງຂ່າວ - ສື່ສານ​ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ ເພື່ອ​ແນ​ໃສ່​ແນະນຳ​ຮູບ​ພາບ​ປະ​ເທດ​ຊາດ ຫວຽດນາມ ປ່ຽນ​ໃໝ່, ມີຄວາມ​ສາມາດ​ບົ່ມ​ຊ້ອນ​ຫລວງຫລາຍ, ພວມ​ກ້າວ​ຂຶ້ນ​ບົນເສັ້ນທາງ​ເຊື່ອມ​ໂຍງ ​ແລະ ພັດທະນາ​ຢ່າງໝັ້ນຄົງ.

 

 

ຂ່າວ/ບົດ​ອື່ນ