ຮອງປະທານສະພາແຫ່ງຊາດຕ້ອນຮັບ ຄະນະນັກລົງທຶນອາເມລິກາ

ຮອງປະທານສະພາແຫ່ງຊາດຕ້ອນຮັບ ຄະນະນັກລົງທຶນອາເມລິກາ - ảnh 1
( ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan )

(vovworld) – ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ນັກ​ລົງທຶນ​ອາ​ເມ​ລິ​ກາ ​ໂດຍ​ດ​ຣ Robert Livingston, ປະທານ, ອຳ​ນວຍ​ການ​ກຸ່ມ​ບໍລິສັດ Livingston Group LLC ຢູ່​ວໍ​ວິ​ງ​ເຕັນ DC, ອະ​ດີດປະທານ​ສະພາ​ຕໍ່າ​ຜູ້ທີ 106 ຂອງ​ສະພາ​ແຫ່ງ​ຊາດ​ສະຫະລັດອາ​ເມ​ລິ​ກາ, ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ​​ ແຕ່​ວັນ​ທີ 15 – 20/7. ​ໂດຍສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຊຸກຍູ້​ການ​ພົວພັນຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​ກັບ​ອາ​ເມ​ລິ​ກາກ​ວ່າ​ອີກ, ທ່ານ​ນາງຮອງ​ປະທານສະພາ​ແຫ່ງ​ຊາດ Nguyen Thi Kim Ngan ​ໄດ້​ຢືນຢັນ​ວ່າ; ຍາມ​ໃດລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ຫວຽດນາມ ​ກໍ​ຊົມ​ເຊີຍ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເວົ້າ​ລວມ ​ແລະ ນັກ​ລົງທຶນ​ອາ​ເມ​ລິ​ກາ ​ເວົ້າ​ສະ​ເພາະ ມາ​ລົງທຶນ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ