ຮອງປະທານສະພາແຫ່ງຊາດຕ້ອນຮັບອະທິການບໍດີໂຮງຮຽນນະໂຍບາຍລັດແລະສະພາບແວດລ້ອມ

ຮອງປະທານສະພາແຫ່ງຊາດຕ້ອນຮັບອະທິການບໍດີໂຮງຮຽນນະໂຍບາຍລັດແລະສະພາບແວດລ້ອມ - ảnh 1
ທ່ານ ຟູ່ງກວົ໋ກ​ຫຽນ ແລະ ທ່ານ John D.Graham
(ພາບ: quochoi.vn)

(vovworld) - ທີ່ການ​ຕ້ອນ​ຮັບ​ໃນ​ຕອນ​ບ່າຍ​ວັນ​ທີ 13/2, ຢູ່​ຫໍສະ​ພາ​ແຫ່ງ​ຊາດ, ທ່ານ ຟູ່ງກວົ໋ກ​ຫຽນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ ທ່ານ John D.Graham ອະ​ທິ​ການ​ບໍ​ດີ​ໂຮງ​ຮຽນ​ນະ​ໂຍ​ບາຍ​ລັດ ແລະ ສິ່ງແວດ​ລ້ອມ ອາ​ເມ​ລິ​ກາ ​ຈະແບ່ງ​ປັນ​ບົດ​ຮຽນກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ລັດ ແລະ ກວ​ກາບັນ​ດາ​ຮ່າງ​ກົດ​ໝາຍ​ໃນ​ຂົງ​ເຂດການ​ເງິນ, ງົບ​ປະ​ມານ​ກັບກະ​ຊວງ​ການຕ່າງ​ປະ​ເທດ ແລະ ບັນ​ດາ​ອົ​ງການສຳ​ນັກ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ. ທ່ານ ຮອງປະ​ທານ​ສະ​ພາ​ແຫ່ງ​ຊາດຖື​ວ່າ ບົດ​ຮຽນ​ໃນ​ການຕີ​ລາ​ຄາ​ຜົນ​ກະ​ທົດຈາກ​ນະ​ໂຍ​ບາຍລັດ, ການ​ຄຸ້ມ​ຄອງ​ນະ​ໂຍ​ບາຍ​ລັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ອາ​ເມ​ລິ​ກາ​ເວົ້​າ​ລວມ​ກໍ່​ຄື​ບັນ​ດາການ​ຄົ້ນ​ຄວ້າ​ຂອງ​ສາດ​ສະ​ດາ​ຈານເອງ ແລະ ​ໂຮງ​ຮຽນ​ນະ​ໂຍ​ບາຍ​ພາກລັດ ແລະ ​ສິ່ງແວດ​ລ້ອມຈະ​ແມ່ນ​ບົດ​ຮຽນ​​ອັນ​ລ້ຳ​ຄ່າ​ສຳ​ລັບ ​ຫວຽດ​ນາມ.

        ສ່ວນ​ສາດ​ສະ​ດາ​ຈານ D.Graham ຊີ້​ແຈ້ງວ່າ ​ການ​ຢ້ຽມ​ຢາມຂອງ​ທ່ານມາ​ຫວຽດ​ນາມ ໃນ​ຄັ້ງ​ນີ້ ແມ່ນ​ເພື່ອແນ​ໃສ່​ແລກ​ປ່ຽນ, ແບ່ງ​ປັດ​ບົດ​ຮຽນ​ກັບ ​ຫວຽດ​ນາມ​ ໃນ​ການກວດ​ກາ​ຄືນບັນ​ດາຮ່າງ​ກົດ​ໝາຍ, ການ​ເງິນ ແລະ ນະ​ໂຍ​ບາຍ​ຂອງ ອາ​ເມ​ລິກ​າ ແລະ ບັນ​ດາ​ປະ​ເທດຂຶ້ນກັດອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ (OECD). ສາດ​ສະ​ດາ​ຈານ D.Graham ປາດ​ຖະ​ໜາ​ວ່າ ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ ຈະ​ປະ​ກອບ​ສ່ວນ​ເຂົ້າ​​ໃນ​ການ​ປັບ​ປຸງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ເງິນ - ງົບ​ປະ​ມານ​ຂອງ ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ