ຮອງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດອິນເດຍ

ຮອງປະທານສະພາແຫ່ງຊາດຕ້ອນຮັບເອກອັກຄະລັດຖະທູດອິນເດຍ - ảnh 1
ທ່ານ​ນາງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ
(ພາບ: ອິນເຕີແນັດ)

(vovworld) - ຕອນ​ບ່າຍ​ວັນ​ທີ 2/2, ຢູ່​ສຳນັກງານສະພາ​ແຫ່ງ​ຊາດ, ທ່ານ​ນາງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ ວີ​ສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ​ອິນ​ເດຍ ປະຈຳ ​ຫວຽດນາມ Preeti Saran ​ເຂົ້າ​ຢ້ຽມ​ອຳ​ລາ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທີ່​ກາ​ນຕ້ອນຮັບ, ທ່ານ​ນາງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຕີ​ລາຄາ​ສູງ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຂອງ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ອິນ​ເດຍ ປະຈຳ ​ຫວຽດນາມ, ​ເຊິ່ງ​ໄດ້​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ, ສອງ​ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ທາງ​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ. ສອງ​ປະ​ເທດ​ກໍ່​ໄດ້​ຕັ້ງໜ້າ​ສົມທົບ​ກັນ ​ແລະ ມີ​ທັດສະນະ​ລວມ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ​ເພື່ອ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ. ທ່ານ​ນາງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ດ້ານ​ການ​ຄ້າ, ການ​ລົງທຶນ​ໃຫ້​ຢູ່​ໃນ​ລະດັບ​ກວ່າ 5 ຕື້ USD ຄື​ໃນ​ປະຈຸ​ບັນ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ດ້ານ​ວັດທະນະທຳ, ປະກອບສ່ວນ​ຍົກ​ສູງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ສ່ວນ​ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ ​ອິນ​ເດຍ Preeti Saran ກໍ່​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ແໜ້ນ​ແຟ້ນ. ທ່ານ​ນາງ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ,​​ ໃນ​ຖານະ​ຕຳ​ແໜ່​ງ​ໃໝ່, ທ່ານ​ນາງ​ຈະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ອິນ​ເດຍ ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

 

ຂ່າວ/ບົດ​ອື່ນ