ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ຕ້ອນຮັບຄະນະກຳມະການການທະຫານສະພາຕ່່ຳອາເມລິກາ

(VOVWORLD) - ຕອນບ່າຍວັນທີ 07 ກໍລະກົດ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານພົນເອກ, ຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ໄດ້ໃຫ້ການຕ້ອນຮັບຄະນະກຳມະການການທະຫານສະພາຕ່ຳອາເມລິກາ

ຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້ຕ້ອນຮັບຄະນະກຳມະການການທະຫານສະພາຕ່່ຳອາເມລິກາ - ảnh 1(ທ່ານຮອງປະທານສະພາແຫ່ງຊາດໂດ້ບ໋າຕິ້

ຕ້ອນຮັບທ່ານ Michael Rogers)

ໂດຍທ່ານປະທານອະນຸກຳມະການກ່ຽວກັບບັນດາກຳລັງທີ່ຂຶ້ນກັບຄະນະກຳມະການການທະຫານ Michael Rogers, ເປັນຫົວໜ້າຄະນະ, ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ປາດຖະໜາວ່າ, ບັນດາສະມາຊິກລັດຖະສະພາອາເມລິກາ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ໃຫ້ນັບມື້ຶ້ນັບເຂົ້າສູ່ລວງເລິກ ແລະ ມີປະສິທິຜົນກວ່າ. ທ່ານຮອງປະທານສະພາແຫ່ງຊາດ ໂດ້ບ໋າຕິ້ ຖືວ່າ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງ 2 ຝ່າຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຫວຽດນາມ ຈະສືບຕໍ່ຮ່ວມມືກັບອາເມລິກາ ໃນບັນດາບັນຫາຕ້ານການເຜີຍແຜ່ອາວຸດລ້າງຜານ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດ, ແກ້ໄຂບັນດາບັນຫາກ່ຽວກັບການຮັບປະກັນດ້ານທັນຍາຫານ…

        ສ່ວນທ່ານ  Michael Rogers ຢືນຢັນວ່າ, ຍາມໃດອາເມລິກາ ກໍຖືຫວຽດນາມ ເປັນເພື່ອນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໃນພາກພື້ນ ແລະ ໂລກ. ທ່ານ Michael Rogers ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນຊຸກຍູ້ການພົວພັນຮ່ວມມືຫວຽດນາມ - ອາເມລິກາ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ