ຮອງປະທານສະພາແຫ່ຊາດ Tong Thi Phong ມອບຂອງຂວັນໃຫ້ພວກເດັກນ້ອຍ

ຮອງປະທານສະພາແຫ່ຊາດ Tong Thi Phong ມອບຂອງຂວັນໃຫ້ພວກເດັກນ້ອຍ - ảnh 1
ພວກຫຼານນ້ອຍມ່ວນຊືນໃນບຸນ​ເດັກນ້ອຍ​ວັນ​ເພັງ​ເດືອນ 8 (ພາບປະກອບ)


vovworld- ຕອນ​ບ່າຍ​ວັນ​ທີ 26/9, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່​ຊາດ​ຫວຽດນາມ Tong Thi Phong ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ພວກ​ເດັກ​ຢູ່​ສູນ​ຊ່ວຍ​ເຫຼືອ​ສັງຄົມ​ສາຂາ​​ເຮືອນເລກ​ທີ່ 210 ຖະໜົນ ຟານ​ໂບ້ຍ​ເຈົາ ນະຄອນ​ບວນມາ​ຖວດ​ເນື່ອງ​ໃນ​ໂອກາດ​ບຸນ​ເດັກນ້ອຍ​ວັນ​ເພັງ​ເດືອນ 8 . ນະ​ທີ່​ນີ້, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່​ຊາດ​ຫວຽດນາມ Tong Thi Phong ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ພະນັກງານ,  ພາລະ​ກອນສັງກັດ ສູນ​ຊ່ວຍ​ເຫຼືອ​ສັງຄົມ​ແຂວງ​ດັກ​ລັກ​ໃນ​ການ​ເບິ່ງ​ແຍງ ​ແລະ ລ້ຽງ​ດູ​ເດັກ​ກຳພ້າ​ກຳພອຍ, ຜູ້​ເຖົ້າ​ຜູ້​ແກ່​ຢູ່​ປຽວ, ຄົນ​ພິການ ​ແລະເດັກ​ຂ້າງ​ຖະໜົນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ Tong Thi Phong ຢືນຢັນ​ວ່າ ນີ້​ແມ່ນ​ຮູບ​ແບບ​​ຕົວຢ່າງ​ຊຶ່ງ​ບັນດາ​ທ້ອງ​ຖິ່ນ​ອື່ນ​ຄວນ​ປະຕິບັດ​ຕາມ ​ແລະ ທະວີຄູນ​ໃຫ້​ຫຼາຍ​ຂຶ້ນ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່​ຊາດ​ຫວຽດນາມ Tong Thi Phong ​ໄດ້​ຢື້ຢາມຖາມ​ຂ່າວ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່ ​ແລະ ການ​ຮ່ຳຮຽນ, ພ້ອມ​ກັນ​ນັ້ນ ທ່າ​ນນາງກໍ​ລະດົ​ມກຳລັງ​ໃຈ​ແກ່​ພວກ​ຫຼານ​ອະນຸຊົນ ຈົ່ງ​ບືນ​ຕົວ​ຂຶ້ນ​ຍາດ​ໄດ້ຜົນ​ງານ​ທີ່​ດີ​ໃນ​ການ​ຮ່ຳຮຽນ ​ແລະ ຫວັງ​ວ່າ​ຂອງ​ຂວັນທ່ີ​ທ່ານ​ນາງ​ມອບ​ໃຫ້​ນັ້ນ​ຈະ​ຊ່ວຍ​ພວກ​ເດັກ​ຕ້ອນຮັບ​ບຸນ​ເດັກນ້ອຍ​ວັນ​ເພັງ​ເດືອນ 8 ຢ່າງ​ເບີກບານ​ມວ່ນຊື່ນ ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ.

ຂ່າວ/ບົດ​ອື່ນ