ຮອງປະທານສະແຫ່ງຊາດຟຸ່ງກ໋ວກຮຽນໄປຢ້ຽມຢາມ,ອວຍພອນປີໃໝ່ອົງການກວດສອບບັນຊີແຫ່ງລັດ

(VOVWORLD) -ວັນທີ 21 ກຸມພາ, ກົງກັບວັນທີ 6 ບຸນເຕັດປີຈໍ 2018, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮຽນ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ພະນັກງານ, ລັດຖະກອນ, ພາລະກອນ, ຊາວຜູ້ອອກແຮງງານທີ່ພວມເຮັດວຽກຢູ່ອົງການກວດສອບບັນຊີແຫ່ງລັດ.

ຮອງປະທານສະແຫ່ງຊາດຟຸ່ງກ໋ວກຮຽນໄປຢ້ຽມຢາມ,ອວຍພອນປີໃໝ່ອົງການກວດສອບບັນຊີແຫ່ງລັດ - ảnh 1 ທ່ານຮອງປະທານສະແຫ່ງຊາດຟຸ່ງກ໋ວກຮຽນໄປຢ້ຽມຢາມ, ອວຍພອນປີໃໝ່ອົງການກວດສອບບັນຊີແຫ່ງລັດ

(ພາບ: quochoi.vn)

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮຽນ ເນັ້ນໜັກວ່າ: ປີ 2018 ແມ່ນປີບານພັບເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 2016 – 2020. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮຽນ ໄດ້ແນະນຳຈຸດທີ່ຄວນໃສ່ໃຈວ່າ, ອົງການກວດສອບບັນຊີແຫ່ງລັດ ສືບຕໍ່ຍົກສູງຄຸນນະພາບໃນການເຄື່ອນໄຫວກວດສອບບັນຊີໃຫ້ຫຼາຍກວ່າອີກ. ປີ 2018 ກໍ່ແມ່ນປີອົງການກວດສອບບັນຊີແຫ່ງລັດໄດ້ເປັນເຈົ້າພາບໃນການຈັດຕັ້ງກອງປະຊຸມໃຫຍ່ບັນດາອົງການກວດສອບບັນຊີສູງສຸດອາຊີຄັ້ງທີ 14 (ASOSAI 14). ຕາມທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮຽນ ແລ້ວ, ນີ້ແມ່ນການເຄື່ອນໄຫວພົວພັນຕ່າງປະເທດທີ່ສຳຄັນໄດ້ປະກອບສ່ວນເຮັດໃຫ້ເພື່ອນມິດສາກົນມີວິໄສທັດກ່ຽວກັບຫວຽດນາມ ຢ່າງຮອບດ້ານ, ຄົບຖ້ວນກວ່າອີກ.

        ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໋ວກຮຽນ ສະເໜີໃຫ້ອົງການກວດສອບບັນຊີແຫ່ງລັດ ປະຕິບັດແຜນການກວດສອບບັນຊີໃນປີ 2018 ໃຫ້ສົມບູນແບບກວ່າເປັນຢ່າງດີ; ສືບຕໍ່ປ່ຽນແປງໃໝ່ວິທີການເຮັດວຽກ; ປັບປຸງ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານກວດສອບບັບຊີ, ລັດຖະກອນ, ຊາວຜູ້ອອແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ