ຮອງລັດຖະມົນຕີ ດັ້ງດີ່ງກູຍ ຕ້ອນຮັບຮອງເລຂາທິການໃຫຍ່ ສປຊ ທັງເປັນຜູ້ອຳນວຍການບໍລິຫານ UNFPA

(VOVWORLD) - ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ດັ້ງດີ່ງກູຍ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຖືເປັນສຳຄັນ ວຽກງານປະຊາກອນ, ຖືນີ້ແມ່ນປັດໄຈສຳຄັນແຖວໜ້າຂອງການພັດທະນາປະເທດຊາດ. ທ່ານຮອງລັດຖະມົນຕີ ດັ້ງດີ່ງກູຍ ສະເໜີໃຫ້ ສປຊ ເວົ້າລວມ ແລະ UNFPA ເວົ້າສະເພາະສືບຕໍ່ໜູນຊ່ວຍ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມ
 

ຕອນເຊົ້າວັນທີ 1 ທັນວາ, ທີ່ສຳນັກງານກະຊວງການຕ່າງປະເທດ ຢູ່ຮ່າໂນ້ຍ, ທ່ານ ດັ້ງດິ່ງກູຍ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານນາງ Natalia Kanem, ຮອງເລຂາທິການໃຫຍ່ ສປຊ, ຜູ້ອຳນວຍການ ບໍລິຫານກອງທຶນປະຊາກອນ ສປຊ (UNFPA) ແລະ ທ່ານ Bjorn Anderson, ຜູ້ອຳນວຍການພາກພື້ນ ອາຊີ - ປາຊີຟິກ UNFPA ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 9 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດສຳພັນ ແລະ ສິດກ່ຽວກັບ ສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດສຳພັນ ຢູ່ຮ່າໂນ້ຍ.

        ທີ່ການຕ້ອນຮັບ, ທ່ານຮອງລັດຖະມົນຕີ ດັ້ງດີ່ງກູຍ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຖືເປັນສຳຄັນ ວຽກງານປະຊາກອນ, ຖືນີ້ແມ່ນປັດໄຈສຳຄັນແຖວໜ້າຂອງການພັດທະນາປະເທດຊາດ. ທ່ານຮອງລັດຖະມົນຕີ ດັ້ງດີ່ງກູຍ ສະເໜີໃຫ້ ສປຊ ເວົ້າລວມ ແລະ UNFPA ເວົ້າສະເພາະສືບຕໍ່ໜູນຊ່ວຍ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ໃນນັ້ນມີຂົງເຂດປະຊາກອນ, ສຸມໃສ່ໜູນຊ່ວຍ ຫວຽດນາມ ສ້າງກົດໝາຍວ່າດ້ວຍປະຊາກອນ, ແກ້ໄຂການຂາດດຸ່ນທາງເພດ…

        ສ່ວນທ່ານນາງ Natalia Kane ໃຫ້ຮູ້ວ່າ UNFPA ໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປະຕິບັດບັນດານະໂຍບາຍກ່ຽວກັບປະຊາກອນເພີ່ມຂຶ້ນ, ປະກອບສ່ວນຊຸກຍູູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມອບສິດໃຫ້ແມ່ຍິງ…

ຕອບກັບ

ຂ່າວ/ບົດ​ອື່ນ