ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ເຊັກ ປະຈຳຫວຽດນາມ Martin Kalepko

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຕ້ອນຮັບ ເອກອັກຄະລັດຖະທູດ ສ.ເຊັກ ປະຈຳຫວຽດນາມ Martin Kalepko - ảnh 1
(ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ)

(vovworld) - ​ໃນ​ການ​ຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ສ.​ເຊັກ Martin Kalepko ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 09/12, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈິ໋ວິ້ງ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ລັດຖະບານ, ກອງທັບ ​ແລະ ປະຊາຊົນ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ພິ​ເສດ, ​ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ການທະຫານ, ປ້ອງ​ກັນຊາ​ດລະຫວ່າງ​ຫວຽດນາມ ​ແລະ ສ.​ເຊັກ ​ໄດ້​ມີ​ບັນດາບາດກ້າວ​ພັດທະນາ​ໃໝ່​ໃນ​ທຸກ​ຂົງ​ເຂດ ບຳລຸງ​ສ້າງ​ພະນັກງານ, ການຮ່ວມ​ມື​ດ້ານ​ອຸດສາຫະກຳ​ປ້ອງ​ກັນຊາ​ດ. ພົນ​ໂທ ຫງວຽນ​ຈິ໋ວິ້ງ ​ແລະ ທ່ານເອກ​ອັກຄະ​ລັດຖະທູດ​ສ.​ເຊັກ ປະຈຳ​ຫວຽດນາມ Martin Kalepko ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ກອງທັບ 2 ປະ​ເທດ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ; ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນຊາ​ດ, ບຳລຸງ​ສ້າງ​ພະນັກງານ, ການກູ້​ຊ່ວຍ​ມະນຸດສະທຳ, ການ​ເກັບກູ ​ແລະ ທຳລາຍ​ລະ​ເບີດບໍ່​ທັນ​ແຕກ ​​ແລະ ​ແບ່ງປັນ​ບັດ​ຮຽນ ​ໃຫ້​ກອງທັບ​ປະຊາຊົນ​ຫວຽດນາມ ​ເຂົ້າ​ຮ່ວມ​ກຳລັງ​ຮັກສາ​ສັນຕິພາບ​ຂອງ​ສະຫະ​ປະຊາ​ຊາດ.
ຂ່າວ/ບົດ​ອື່ນ