ຮອງລັດຖະມົນຕີການຕ່າງປະເທດ Le Luong Minh ຕ້ອນຮັບເອກອັກຄະລັດ ຖະທູດລາວ

ຮອງລັດຖະມົນຕີການຕ່າງປະເທດ Le Luong Minh ຕ້ອນຮັບເອກອັກຄະລັດ ຖະທູດລາວ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 30/8, ຢູ່​ສຳນັກງານ​ກະຊວງ​ການ​ຕ່າງປະ​ເທດ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Le Luong Minh ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ການ​ນຳ​ສະຖານທູດ​ລາວ​ປະຈຳ​ຫວຽດນາມ ​ໂດຍ​ທ່ານ ສົມ​ພອນ ສີ​ຈະ​ເລີ​ນ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປລາວ ປະຈຳ​ຫວຽດນາມ ນຳ​ໜ້າ​ທີ່​ເຂົ້າອວຍພອນ ​ເນື່ອງ​ໃນ​ໂອກາ​ດສະ​ເຫຼີ​ມສະຫຼອງ 67 ປີແຫ່ງ​ວັນການ​ປະຕິວັດເດືອນ​ສິງຫາ ​ແລະ ວັນ​ສະຖາປະນາ ສ.ສ ຫວຽດນາມ 2/9. ຕາງ​ໜ້າ​ໃຫ້ການ​ນຳ​ກະຊວງ​ການ​ຕ່າງປະ​ເທດ, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ Le Luong Minh ​ໄດ້​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສະຖານທູດ​ລາວ ກັບ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ປີ​ສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ 2012, ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ ​ແລະ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ, ການຮ່ວມ​ມື​ຫວຽດນາມ - ລາວ. ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ​ ສົມ​ພອນ ສີ​ຈະ​ເລີ​ນ ​ໄດ້​ຢືນຢັນ​ວ່າ ຈະ​ສືບ​ຕໍ່​ສົມທົບ​ກັບ​ກະຊວງ​ການ​ຕ່າງ​ປະ​ເທດຫວຽດນາມ ຢ່າ​ງ​ແໜ້ນ​ແຟ້ນ ​ເພື່​ອຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ຜົນ​ສຳ​ລັດ​ລວມຂອງ​ປີສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ 2012.

ຂ່າວ/ບົດ​ອື່ນ