ຮອງລັດຖະມົນຕີການຕ່າງປະເທດຫວຽດນາມຕອບສຳພາດ ກ່ຽວກັບກອງປະຊຸມ ASEAN 45

ຮອງລັດຖະມົນຕີການຕ່າງປະເທດຫວຽດນາມຕອບສຳພາດ ກ່ຽວກັບກອງປະຊຸມ ASEAN 45 - ảnh 1
( ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh )

(vovworld) -  ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນຄັ້ງ​ທີ 45 ​ແລະ ກອງ​ປະຊຸມ​ອື່ນໆ​ທີ່​ກ່ຽວຂ້ອງ​ໄດ້​ອັດ​ລົງ​ໃນ​ຕອນ​ບ່າຍ​ວັນ​ທີ 13/7 ຢູ່​ພະນົມ​ເປັນ, ​ແຫ່ງ​ກຳປູ​ເຈຍ. ​ແຕ່​​ບໍ່​ສາມາດ​ຍົກ​ຖະ​ແຫຼ​ງການ​ຮ່ວມ​ໃດໆອອກ​ມາ. ​ເມື່ອຕອບ​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດຄັ້ງ​ນີ້. ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໃຫ້​ຮູ້​ວ່າ, ບັນດາ​ລັດຖະມົນຕີ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຫຼາຍ​ບັນຫາ​ທີ່​ເປັນ​ພື້ນຖານ​:

”ທີ່​ໜຶ່ງ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຮັບປະກັນ​ກ່ຽວ​ກັບ​ການ​ປະຕິບັດ​ກົດໝາຍ​ສາກົນ. ​ໃນ​ນັ້ນ​ມີ​ບັນຫາ​ເຄົາລົບ​ອະທິປະ​ໄຕ​ເອກະລາດ​ແຫ່ງ​ຊາດ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ ຫາກ​ບໍ່​ໄດ້​ນຳ​ໃຊ້​ກຳລັງ​ອາວຸດ. ທີ​ສອງ​ແມ່ນ ອາ​ຊຽນຕ້ອງ​ຊຸກຍູ້ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ເຄື່ອງມື, ບັນດາ​ອຸປະກອນ, ບັນດາ​ເວທີ​ປາ​ໃສ​ທີ່​ກ່ຽວ​ຂ້ອງ​ເຖິງ​ດ້ານການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ຮ່ວມ​ມື​ພັດທະນາ​ພາກ​ພື້ນ​ກວ່າ​ອີກ. ບັນຫາ​ເຫຼົ່າ​ນັ້ນ​ແມ່ນ​ມີ​ຄວາມ​ຈຳ​ເປັນ. ບັນດາ​ຄູ່​ເຈລະຈາ​ໄດ້ສະ​ແດງ​ຄວາມ​ສະໜັບສະໜູນ​ອາ​ຊຽນ​ໃນ​ການສ້າງ​ປະຊາ​ຄົມ, ສະໜັບສະໜູນ​ບົດບາດ​ສູນ​ກາງຂອງ​ອາ​ຊຽນ ​ແລະ ​ສະຫງວນການ​ຊ່ວຍ​ເຫຼືອ​ອັນໃຫຍ່​ຫຼວງ​ກວ່າ​ໃຫ້​ແກ່​ອາ​ຊຽນ ​ກໍ່​ຄືບຸລິ​ມະ​ສິດ​ການຮ່ວມ​ມື​ໃຫ້​ແກ່​ອາ​ຊຽນ​ໃນ​ຄວາມ​ມານະ​ພາ​ຍາ​ຍາມ​ລວມຢູ່​ພາກ​ພື້ນ​ນີ້.”

ກ່ຽວ​ກັບ​ຄວາມ​ກ້າວໜ້າ​ຂອງ​ອາ​ຊຽນ​ໃນ​ການ​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC)  ​ແລະ ວິວັດ​ການ​ຜັນ​ຂະຫຍາຍ​ການ​ເຈລະຈາ​ລະຫວ່າງ ອາ​ຊຽນ - ຈີນ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh, ​ໃຫ້​ຮູ້​ວ່າ:

”ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ​ຕໍ່​ການ​ຜັນ​ແປ​ຫວ່າງ​ແລ້ວ​ນີ້, ພິ​ເສດ​ແມ່ນ​ບັນດາ​ການ​ຜັນ​ແປ​ທີ່​ກ່ຽວຂ້ອງ​ເຖິງ​ການລະ​ເມີດ​ໄຫຼ່​ທະວີບ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ​ຂອງ​ບັນດາ​ປະ​ເທດ​ແຄມ​ທະ​ເລ​ທີ່​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ກໍ່​ຄື​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ວ່າ​ດ້ວຍ​ກົດໝາຍ. ​ໃນ​ວິວັດ​ແຫ່ງ​ການ​ແລກປ່ຽນ, ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ເນັ້ນ​ໜັກ​ເຖິງ​ຫຼັກການ​ແມ່ນ​ຕ້ອງ​ເຄົາລົບ​ກົດໝາຍ​ສາກົນ, ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ປະຕິບັດ​ຖະ​ແຫຼ​ງ ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດ​ທິຜົນ. ​ໃນ​ສະພາບ​ການ​ຄື​ດັ່ງກ່າວ, ອາ​ຊຽນກໍ່​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຫຼາຍ​ປະ​ເທດ, ນັ້ນ​ແມ່ນ​ຕ້ອງ​ຊຸກ​ຍູ້​ການ​ສ້າງ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່​ມີ​ລັກສະນະ​ຄຳ​ໝັ້ນ​ສັນຍາ ​ແລະ ຜູກ​ມັດ​ສູງ​ກວ່າ.

ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ກໍ່​ຢືນຢັນ​ວ່າ, ຄະນະ​ຜູ້​ແທນ​ຫວຽດນາມ ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ກອງ​ປະຊຸມ AMM 45. ທ່ານຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ງານ​ກ່ຽວ​ກັບ​ການ​ພົວພັນ​ອາຊຽນ - ຈີນ, ​ໄດ້​ເປັນ​ປະທານ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດອາຊຽນ - ຈີນ.

ຂ່າວ/ບົດ​ອື່ນ