ຮອດ​ກາງ​ເດືອນ​ມິ​ຖຸ​ນາ, ໜິ້​ສິນ​ເຊື່ອ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ​ບັນ​ລຸ​ປະ​ມານ 523,8 ຕື້ USD

(VOVWORLD) - ຕອນເຊົ້າວັນທີ 21 ມິຖຸນາ, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ຈັດກອງປະຊຸມຖະແຫຼງຂ່າວປະກາດກ່ຽວກັບຜົນຂອງການບໍລິຫານນະໂຍບາຍເງິນຕາ ແລະ ການເຄື່ອນໄຫວທະນາຄານ 6 ເດືອນຕົ້ນປີ.
ຮອດ​ກາງ​ເດືອນ​ມິ​ຖຸ​ນາ, ໜິ້​ສິນ​ເຊື່ອ​ທົ່ວ​ພື້ນ​ຖານ​ເສດ​ຖະ​ກິດ​ບັນ​ລຸ​ປະ​ມານ 523,8 ຕື້ USD - ảnh 1ານ ດ່າວມິງຕູ໊ ຮອງຜູ້ວ່າການ ປະຈຳການທະນາຄານແຫ່ງລັດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ, ທ່ານ ດ່າວມິງຕູ໊ ຮອງຜູ້ວ່າການ ປະຈຳການທະນາຄານແຫ່ງລັດ ຫວຽດນາມ ຊີ້ແຈ້ງວ່າ ໃນ 6 ເດືອນຕົ້ນປີ, ທະນາຄານແຫ່ງລັດ ຫວຽດນາມ ໄດ້ສຸມໃສ່ຜັນຂະຫຍາຍບັນດາມາດຕະການບໍລິຫານນະໂຍງາຍເງິນຕາ ຢ່າງຄົບຊຸດ ແລະ ການເຄື່ອນໄຫວທະນາຄານ. ໄລ່ຮອດວັນທີ 15 ມິຖຸນາ, ໜີ້ສິນເຊື່ອທົ່ວພື້ນຖານເສດຖະກິດບັນລຸປະມານ 523,8 ຕື້ USD, ເພີ່ມຂຶ້ນ 8,94% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ທ່ານດ່າວມິງຕູໃຫ້ຮູ້ວ່າ:

ໃນຊຸມເດືອນຕົ້ນປີນີ້, ຍ້ອນຜົນສະທ້ອນຫຼາຍຢ່າງ, ທີໜຶ່ງແມ່ນຫວຽດນາມຍັງປະສົບກັບຄວາມຫຍຸ້ງຍາກພາຍຫຼັງ 2 ປີເກີດພະຍາດໂຄວິດ - 19, ທີສອງແມ່ນສະພາບການຜັນແປທີ່ສັບສົນຂອງພື້ນຖານເສດຖະກິດໂລກ, ສິນເຊື່ອທະນາຄານຍັງຖືກຜົນສະທ້ອນຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມ, ຍັງມີບັນດາຄາດໝາຍໃຫຍ່ ເຊິ່ງທະນາຄານແຫ່ງລັດຮັບປະກັນໄດ້ນັ້ນແມ່ນ: ຮັກສາເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ, ຄວບຄຸມໄພເງິນເຟີ້, ມູນຄ່າຂອງສະກຸນເງິນດົ່ງໄດ້ຮັບສາເປັນປົກກະຕິ, ດອກເບ້ຍໄດ້ຮັບການບໍລິຫານຢ່າງຂ້ຽວຂາດ.

ທະນາຄານແຫ່ງລັດ ໃຫ້ຮູ້ວ່າ ຈະສືບຕໍ່ເຮັດວຽກກັບບັນດາທະນາຄານການຄ້າ, ສົ່ງເສີມບັນດາອົງການຈັດຕັ້ງສິນເຊື່ອ ຫຼຸດຜ່ອນຄ່າໃຊ້ຈ່າຍເພື່ອຮັກສາຄ່າດອກເບ້ຍໃຫ້ກູ້ຢຶມເງິນເປັນປົກກະຕິເພື່ອໜູນຊ່ວຍວິສາຫະກິດຟື້ນຟູ ແລະ ພັດທະນາການຜະລິດ, ດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ