ຮອດປີ 2030, ກຽນຢາງ ກາຍເປັນສູນເສດຖະກິດທະເລລະດັບຊາດ

(VOVWORLD) -     ແຜນກຳນົດໄດ້ວາງເປົ້າໝາຍຮອດປີ 2030, ແຂວງ ກຽນຢາງ ແມ່ນແຂວງທີ່ມີຄ່າຄອງຊີບສູງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ
ຮອດປີ 2030, ກຽນຢາງ ກາຍເປັນສູນເສດຖະກິດທະເລລະດັບຊາດ - ảnh 1(ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ)

ວັນທີ 23 ທັນວາ, ຢູ່ແຂວງ ກຽນຢາງ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ເຂົ້າຮ່ວມພິທີປະກາດແຜນການແຂວງ, ໄລຍະ 2021 – 2030, ວິໄສທັດຮອດປີ 2030.

    ແຜນກຳນົດໄດ້ວາງເປົ້າໝາຍຮອດປີ 2030, ແຂວງ ກຽນຢາງ ແມ່ນແຂວງທີ່ມີຄ່າຄອງຊີບສູງຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ແມ່ນສູນເສດຖະກິດທະເລລະດັບຊາດ. ຮອດປີ 2050, ກຽນຢາງ ກາຍເປັນສູນເສດຖະກິດຢ່າງເຂັ້ມແຂງລະດັບຊາດ… ທີ່ກອງປະຊຸມ, ການນຳແຂວງ ກຽນຢາງ ໄດ້ມອບ 11 ແຜນນະໂຍບາຍລົງທຶນ ແລະ  ບົດບັນທຶກ18 ສະບັບຮັບຮູ້ການຄົ້ນຄວ້າລົງທຶນຂອງບັນດານັກລົງທຶນ ທີ່ຈະຜັນຂະຫຍາຍໃນບໍລິເວນແຂວງໃນໄລຍະຈະມາເຖິງ.

   ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີວ່າ, ໃນໄລຍະຈະມາເຖິງ, ແຂວງ ກຽນຢາງ ຕ້ອງສືບຕໍ່ນຳໃຊ້ຄວາມສາມາດບົ່ມຊ້ອນເສດຖະກິດທະເລ; ເປັນເຈົ້າການປະຕິບັດບັນດາໂຄງການຄົມມະນາຄົມທາງບົກ, ພັດທະນາຄົມມະນາຄົມທາງນ້ຳ. ກຽນຢາງ ກໍ່ຕ້ອງເອົາໃຈໃສ່ດຶງດູດບັນດາໂຄງການລ້ຽງປູກສິນໃນນ້ຳ ເພື່ອກ້າວໄປເຖິງການ ຕ້ານການຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ເຮັດຕາມຂໍ້ກຳນົດ, ປົກປັກຮັກສາ ແລະ ພັດທະນາແຫຼ່ງໄດ້ຂອງສິນໃນນ້ຳ, ປະກອບສ່ວນຍຸບເລີກ “ບັດເຫຼືອງ” ສິນມນນ້ຳຂອງຄະນະກຳມະການ ເອີລົບ, ປົກປັກຮັກສາ ແລະ ພັດທະນາຂະແໜງສິນໃນນ້ຳແບບຍືນຍົງຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ