ຮອດປີ2020ມີພົນລະເມືອງ 90%ເຂົ້າຮ່ວມປະກັນສຸຂະພາບ

ຮອດປີ2020ມີພົນລະເມືອງ 90%ເຂົ້າຮ່ວມປະກັນສຸຂະພາບ - ảnh 1

ທ່ານ​ຮອງ​ນາ​ຍົກລັດຖະ​ມົນ​ຕີ​ຫວູ​ດຶກ​ດາມ
​ເຮັດ​ວຽກ ກັບ​ອົງ​ການປະ​ກັນ​ສັງ​ຄົມ​ຫວຽດ​ນາມ
(ພາບ: baobaohiemxahoi.vn)

(vovworld) – ​ ຕອນ​ບ່າຍ ວັນ​ທ​ີ 15/8, ຢູ່​ຮ່າ​ໂນ້ຍ, ກ່າວ​ຄວາມ​ເຫັນ​ ທີ່​ການ​ເຮັດ​ວຽກ ກັບ​ອົງ​ການປະ​ກັນ​ສັງ​ຄົມ​ຫວຽດ​ນາມ,  ທ່າ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢືນ​ຢັນ​ວ່າ: ນະ​ໂຍ​ບາຍ​ປະ​ກັນ​ຊີ​ວິດ​ສັງ​ຄົມ ເປັນ​ມາດ​ຕະ​ການ​ວັດ​ແທກ​ລະ​ດັບ​ການ​ພັດ​ທະ​ນາ ​ຂອງປະ​ເທດ​ຊາດ. ດັ່ງ​ນັ້ນ, ການ​ປະ​ຕິ​ບັດ​ນ​ນະ​ໂຍບາຍ​ປະ​ກັນ​ສັງ​ຄົມ, ປະ​ກັນ​ສຸ​ຂະ​ພາບ​ໃຫ້​ດີ​ ແມ່ນ​ຄາດ​ໝາຍ​​ເຊິ່ງ​ອົງ​ການປະ​ກັນ​ສັງ​ຄົມ​ຫວຽດ​ນາມ ແລະ ບັນ​ດາ​​ກະ​ຊວງຂະ​ແໜງ​ທີ່​ກ່ຽວ​ຂ້ອງ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ. ເພື​່ອ​ບັນ​ລຸ​ໄດ້​ຄາດ​ໝາຍ ​ຮອດປີ 2020 ມີ ພົນ​ລະ​ເມືອງ 90% ​ເຂົ້າ​ຮ່ວມປະ​ກັນ​ສຸ​ຂະ​ພາບ, ທ່າ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ ອົງ​ການປະ​ກັນ​ສັງ​ຄົມ​ຫວຽດນາມ ສົມ​ທົບ​ກັບ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຍົກ​ສູງ​ຄຸນ​ນະ​ພາບການກວດ​​ປິ່ນ​ປົວ​ພະ​ຍາດ, ປັບ​ປຸງ​ລະ​ບຽບ​ການ​ບໍ​ລິ​ຫານ ໃນບົ່ງ​ມະ​ຕິ, ກວດ​​ປິ່ນ​ປົວ​ພະ​ຍາດ​ ດ້ວຍ​ປະ​ກັນ​ສຸ​ຂະ​ພາບ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ ກ່ຽວ​ກັບ​ຜົນ​ປະ​ໂຫຍດ​ ຂອງ​ປະ​ກັນ​ສຸ​ຂະ​ພາບ ເພື່ອ​ດຶງ​ດູດ​ປະ​ຊົນ​ຊົນ​ຫຼາຍ​ຄົນເຂົ້າ​ຮ່ວມ​ປະ​ກັນ​ສຸ​ຂະ​ພາບ. ທ່າ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ສະ​ເໜີ​ ອົງ​ການປະ​ກັນ​ສັງ​ຄົມ​ຫວຽດ​ນາມ ຈຳ​ເປັນ​ຕ້ອງ​ສືບ​ຕໍ່​ຊອກ​ຫາ​ມາດ​ຕະ​ການ ເພື່​ອໃຫ້​ກວ່າ 2 ລ້ານຄົນ ໃນ​ຈຳ​ນວນ ກວ່າ 10 ລ້ານຄົນ ທີ່ມີ​ສັນ​ຍາ​ແຮງ​ງານ ໄດ້​ເຂົ້າ​ຮ່ວ​ມ​ປະ​ກັນ​ສົງ​ຄົມ.

 

 

ຂ່າວ/ບົດ​ອື່ນ