ຮອດເວລາແລ້ວທີ່ຕ້ອງ ພັດທະນາການພົວພັນ ລະຫວ່າງສິງກະໂປ - ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່

ຮອດເວລາແລ້ວທີ່ຕ້ອງ ພັດທະນາການພົວພັນ ລະຫວ່າງສິງກະໂປ - ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ - ảnh 1
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢຸງ ແລະ
ທ່ານ​ນາຍົກລັດຖະມົນຕີ ສ.ສິງກະ​ໂ​ປ ຫຼີສຽນ​ຫຼົງ
(ພາບປະກອບ: chinhphu.vn)


(vovworld) – “ຂ້າພະ​ເຂົ້າປິ​ຕິ​ຊົມ​ຊື່ນ​ຍ້ອນ​ໃນ​ການ​ຢ້ຽມຢາມ​ຫວຽດນາມ ຂອງ​ຂ້າພະ​ເຈົ້າ​ທີ່​ຈະ​ມາ​ເຖິງ​ນີ້, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ຈະ​​ໄດ້ຮັບ​ການ​ຍົກ​ຂຶ້ນ​ສູ່​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ”. ຕອບ​ສຳພາດ​ຕໍ່​ສຳນັກ​ຂາວ​ສານ​ຫວຽດນາມ ປະຈຳ ສິງກະ​​ໂປ ກ່ອນ​ທີ່​ຈະ​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 11 – 13 ກັນຍາ​, ທ່ານ​ນາຍົກລັດຖະມົນຕີ ສ.ສິງກະ​ໂ​ປ ຫຼີສຽນ​ຫຼົງ ​ໃຫ້​ຮູ້​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ - ສິງກະ​ໂປ ​ແມ່ນ​ການ​ພົວພັນ​ອັນ​ດີງາມ. ການ​ພົວພັນ​ດ້ານ​ເສດຖະກິດລະຫວ່າງ​ 2 ປະ​ເທດ​ພວມ​ພັດທະນາ, ການ​ພົວພັນ​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ພວມ​ໄດ້​ຮັບ​ການ​ເຕີບໂຕ ​ແລະ ການ​ພົວພັນລະຫວ່າງປະຊາຊົນ 2 ປະ​ເທດ​ນັບ​ມື້​ນັບ​ແໜ້ນ​ແຟ້ນ. ຕາມ​ທ່ານ​ນາຍົກລັດຖະມົນຕີ ສ.ສິງກະ​ໂ​ປ ຫຼີສຽນ​ຫຼົງ ​ແລ້ວ, ຮອດ​ເວລາ​​ແລ້ວ​ທີ່ຕ້ອງ​ພັດທະນາການ​ພົວພັນລະຫວ່າງ 2 ປະ​ເທດ​​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ແລະ ສິ່ງ​ດັ່ງກ່າວ​ຈະ​ສ້າງ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ນາຍົກລັດຖະມົນຕີ ຫຼີສຽນ​ຫຼົງ ປາດ​ຖະໜາ​ວ່າ ຫວຽດນາມ - ສິງກະ​ໂປ ຈະ​ມີ​ການ​ພົວພັນ​ແລກປ່ຽນ​ເປັນ​ປະຈຳ​​ໃນ​ທຸກ​ຂັ້ນ, ນັບ​ແຕ່​ການ​ນຳ​ຕະຫຼອດຮອດ​ວິ​ສາ​ຫະກິດ ​ແລະ ປະຊາຊົນ 2 ປະ​ເທດ.
ຂ່າວ/ບົດ​ອື່ນ