ຮອບ​ຊີງ​ຊະ​ນະ​ເລີດ U23 ອາ​ຊີ 2020: U23 ຫວຽດ​ນາມ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ພິ​ຊິດ Olympic ໂຕ​ກຽວ

(VOVWORLD) -ຮອບຊີງຊະນະເລີດ ການແຂ່ງຂັນ ບານເຕະຊາຍ U23 ອາຊີ 2020 ໄດ້ດຳເນີນໃນລະຫວ່າງວັນທີ 8 – 26 ມັງກອນຢູ່ ໄທ. 
ຮອບ​ຊີງ​ຊະ​ນະ​ເລີດ U23 ອາ​ຊີ 2020: U23 ຫວຽດ​ນາມ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຢາກ​ພິ​ຊິດ Olympic ໂຕ​ກຽວ - ảnh 1ຄູ່ຝຶກ Park Hang seo ແລະ ນັກເຕະ (ພາບ: TTXVN) 

ຮອບຊີງຊະນະເລີດ U23 ອາຊີ ແມ່ນຮອບຄັດເລືອກເພື່ອຕັດສິນ ເອົາ 4 ທິມໄປເຂົ້າຮ່ວມ Olympic ໂຕກຽວ 2020. ຍ້ອນວ່າ ຍີ່ປຸ່ນ ແມ່ນປະເທດເຈົ້າພາບຈັດຕັ້ງ Olympic ໂຕກຽວ, ສະນັ້ນ ຈຶ່ງມີໂອກາດໃຫ້ພຽງແຕ່ 3 ທິມຂອງບັນດາປະເທດຢູ່ອາຊີ. ໃນຄັ້ງທີ 3 ທີ່ມີໜ້າຢູ່ ການແຂ່ງຂັນ U23 ອາຊີນີ້, U23 ຫວຽດນາມ ມີຄວາມຕັດສິນໃຈສູງທີ່ສຸດເພື່ອບັນລຸໄດ້ຜົນງານທີ່ດີ, ຍາດໄດ້ສິດເຂົ້າໄປແຂ່ງຂັນຢູ່ງານ Olympic ໂຕກຽວ 2020.

        U23 ຫວຽດນາມ ຈະເຕະນັດທຳອິດໃນວັນທີ 10 ມັງກອນ ກັບທິມ U23 UAE, ໃນວັນທີ 13 ມັງກອນແມ່ນຈະພົບກັບທິມ U23 ຈໍແດນ ແລະ ວັນທີ 16 ມັງກອນແມ່ນພົບກັບທິມ U23 ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ