ຮອບ​ຊີງ​ຊະ​ນະ​ເລີດ U23 ອາ​ຊີ 2022: ຫວຽດ​ນາມ ສະ​ເໜີຕໍ່ ສ.ເກົາຫຼີ ໄດ້​ຢ່າງ​ດີ​ເລ​ີດ

(VOVWORLD) -ດ້ວຍ 2 ຄະແນນທີ່ບັນລຸໄດ້ໃນ 2 ນັດ, U23 ຫວຽດນາມ ພວມມີໂອກາດເຂົ້າແຂ່ງຂັນຮອບຕໍ່ໄປ. ໃນການແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ.
ຮອບ​ຊີງ​ຊະ​ນະ​ເລີດ U23 ອາ​ຊີ 2022: ຫວຽດ​ນາມ ສະ​ເໜີຕໍ່ ສ.ເກົາຫຼີ ໄດ້​ຢ່າງ​ດີ​ເລ​ີດ - ảnh 1ທິມ U23 ຫວຽດນາມ ພົບກັບ U23 ສ.ເກົາຫຼີ (ພາບ: Ngoc Duy)

ພາຍຫຼັງສະເໝີຕໍ່ U23 ໄທ ໃນການແຂ່ງຂັນຮອບຄັດເລືອກສາຍ C ຂອງງານແຂ່ງຂັນກິລາບານເຕະ U23 ອາຊີ ດ້ວຍ 2 ປະຕູຕໍ່ 2, ຕອນຄ່ຳວັນທີ 5 ມິຖຸນາ ຢູ່ ອູເບກິດສະຖານ, ທິມ U23 ຫວຽດນາມ ພົບກັບ U23 ສ.ເກົາຫຼີ. ໃນນາທີທີ 63, ນັກກິລາ Cho Young – Wook ໄດ້ຍິງປະຕູໄດ້ລູກທຳອິດ, ນຳເອົາຄະແນນທຳອິດມາໃຫ້ ສ.ເກົາຫຼີ. ແຕ່ຫຼັງຈາກນັ້ນ, ໃນນາທີທີ 83, ນັກກິລາ ຫວູຕ໊ຽນລອງ ຂອງ ຫວຽດນາມ ກໍຍິງປະຕູໄດ້ 1 ລູກ ແລະ 1 ປະຕູຕໍ່ 1 ແມ່ນໝາກຜົນສຸດທ້າຍຂອງການແຂ່ງຂັນດັ່ງກ່າວ.

ດ້ວຍ 2 ຄະແນນທີ່ບັນລຸໄດ້ໃນ 2 ນັດ, U23 ຫວຽດນາມ ພວມມີໂອກາດເຂົ້າແຂ່ງຂັນຮອບຕໍ່ໄປ. ໃນການແຂ່ງຂັນສຸດທ້າຍຂອງຮອບຄັດເລືອກ, U23 ຫວຽດນາມ ຈະພົບກັບ U23 ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ