ຮອບສຸດທ້າຍການແຂ່ງຂັນລາງວັນສື່ມວນຊົນເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ

(VOVWORLD) -ລາງວັນປີນີ້ໂດຍມີການເຂົ້າຮ່ວມຂອງຫຼາຍອົງການສື່ມວນຊົນໃນທົ່ວປະເທດ, ໃນນັ້ນມີກວ່າ 100 ຜົນງານກະຈາຍສຽງ, ມີກວ່າ 200 ຜົນງານໂທລະພາບ…
ຮອບສຸດທ້າຍການແຂ່ງຂັນລາງວັນສື່ມວນຊົນເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ - ảnh 1ທີ່ກອງປະຊຸມສະພາຮອບສຸດທ້າຍການແຂ່ງຂັນລາງວັນສື່ມວນຊົນ
(ພາບ: dangcongsan.vn)

        ຕອນບ່າຍວັນທີ 10 ຕຸລາ, ຢູ່ ຮ່າໂນ້ຍ, ທ່ານຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ຟຸ່ງແກງຕ່າຍ, ຮອງປະທານສະພາການແຂ່ງຂັນລາງວັນຮອບສຸດທ້າຍຂອງລາງວັນສື່ມວນຊົນ “ເພື່ອພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ” ຄັ້ງທີ 15, ປີ 2021 – 2022, ເປັນປະທານກອງປະຊຸມສະພາຮອບສຸດທ້າຍການແຂ່ງຂັນລາງວັນສື່ມວນຊົນ. ລາງວັນປີນີ້ໂດຍມີການເຂົ້າຮ່ວມຂອງຫຼາຍອົງການສື່ມວນຊົນໃນທົ່ວປະເທດ, ໃນນັ້ນມີກວ່າ 100 ຜົນງານກະຈາຍສຽງ, ມີກວ່າ 200 ຜົນງານໂທລະພາບ… ບັນດາຜົນງານນັ້ນໄດ້ສ່ອງແສງຢ່າງຈະແຈ້ງບັນດາບັນຫາຕົວຈິງໃນທຸກຂົງເຂດຂອງຊີວິດສັງຄົມ, ພິເສດແມ່ນສຸມໃສ່ຫົວເລື່ອງສ້າງ, ປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ສະພາຄັດເລືອກຮອບທຳອິດໄດ້ຄັດເລືອກ 115 ຜົນງານຂອງບັນດາປະເພດສື່ມວນຊົນເພື່ອໃຫ້ສະພາຮອບສຸດທ້າຍຄັດເລືອກ 81 ຜົນງານດີເດັ່ນກ່ວາໝູ່ເພື່ອເຊີດຊູທີ່ພິທີມອບລາງວັນ.

        ພິທີສະຫຼຸບ ແລະ ມອບລາງວັນດັ່ງກ່າວຈະຈັດຂຶ້ນໃນວັນທີ 29 ຕຸລາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ