ຮອບເຈລະຈາຄັ້ງທີ8ກຸ່ມປະຕິບັດງານກ່ຽວກັບບໍລິເວນທະເລນອກອ່າວພາກເໜືອຫວຽດນາມ-ຈີນ

(VOVWORLD) -ໃນລະຫວ່າງວັນທີ 25 – 27 ກັນຍາ, ຢູ່ປັກກິງ, ປະເທດຈີນ ໄດ້ດຳເນີນຮອບເຈລະຈາຄັ້ງທີ 8 ກຸ່ມປະຕິບັດງານກ່ຽວກັບບໍລິເວນທະເລນອກອ່າວພາກເໜືອຫວຽດນາມ - ຈີນ.
ຮອບເຈລະຈາຄັ້ງທີ8ກຸ່ມປະຕິບັດງານກ່ຽວກັບບໍລິເວນທະເລນອກອ່າວພາກເໜືອຫວຽດນາມ-ຈີນ - ảnh 1 (ພາບປະກອບ: googlemap)

ຫົວໜ້າກຸ່ມປະຕິບັດງານຝ່າຍຫວຽດນາມ ແມ່ນທ່ານ ຫງວຽນແອງຢຸງ, ຮອງຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດຫວຽດນາມ; ສ່ວນຫົວໜ້າກຸ່ມປະຕິບັດງານຝ່າຍຈີນ ແມ່ນທ່ານ ເຈົາແຈນ , ຜູ້ຕາງໜ້າບັນດາບັນຫາຊາຍແດນ ແລະ ທະເລ, ກະຊວງການຕ່າງປະເທດຈີນ.

        ທີ່ຮອບເຈລະຈາ, 2 ຝ່າຍໄດ້ລົງເລິກແລກປ່ຽນຄຳເຫັນກ່ຽວກັບບັນດາວຽກງານທີ່ກ່ຽວຂ້ອງເຖິງບໍລິເວນທະເລນອກອ່າວພາກເໜືອ; ຢືນຢັນປະຕິບັດບັນດາຄວາມຮັບຮູ້ລວມຂອງການນຳ 2 ປະເທດຢ່າງເຂັ້ມງວດ, ໃນນັ້ນມີ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການຊີ້ນຳແກ້ໄຂບັນຫາບົນທະເລໂດຍພື້ນຖານ”, ຕາມຂັ້ນຕອນ, ຊຸກຍູ້ການເຈລະຈາກ່ຽວກັບການກຳນົດເສັ້ນຊາຍແດນ ແລະ ຮ່ວມມືພ້ອມກັນພັດທະນາຢູ່ບໍລິເວນທະເລນີ້. 2 ຝ່າຍກໍ່ໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບການຄວບຄຸມບັນດາຄວາມບໍ່ລົງລອຍກັນຢູ່ເຂດທະເລຢ່າງສົມເຫດສົມຜົນ, ລະງັບໃຈ, ບໍ່ມີການກະທຳພຽງລຳພັງຝ່າຍດຽວເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ເປີດກວ້າງການຂັດແຍ້ງກັນ. ສິ້ນສຸດການເຈລະຈາ, 2 ຝ່າຍໄດ້ລົງນາມໃນບົດບັນທຶກການເຈລະຈາ.


ຕອບກັບ

ຂ່າວ/ບົດ​ອື່ນ