ຮອບເຈລະຈາທີ19ກ່ຽວກັບສິດທິມະນຸດຫວຽດນາມ-ອາເມລິກາ

ຮອບເຈລະຈາທີ19ກ່ຽວກັບສິດທິມະນຸດຫວຽດນາມ-ອາເມລິກາ - ảnh 1
(ພາບປະກອບ: ອິນເຕີແນັດ)

(vovworld) – ວັນ​ທີ 7/5, ຢູ່ ຮ່າ​ໂນ້ຍ,​​ໄດ້​ດຳ​ເນີນ​ຮອບ​ເຈລະຈາ​ທີ 19 ກ່ຽວ​ກັບ​ ​ສິດທິ​ມະນຸດ​​ປະຈຳປີ ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ຄະນະ​ຜູ້​ແທນ​ອາ​ເມ​ລິ​ກາ ​ໂດຍ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ​ແຮງ​ງານ ທ່ານ Tom Malinowski ​ເປັນ​ຫົວໜ້າ​ຄະນະ. ຄະນຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ ຫວູ​ແອ​ງກວາງ, ຫົວໜ້າ​ກົມ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ກະຊວງ​ການ​ຕ່າງປະ​ເທດ ​ເປັນ​ຫົວໜ້າ​ຄະນະ ​.

    ນະ​ທີ່​ນີ້, 2 ຝ່າຍ ຕີ​ລາຄາ​ສູງ​ບັນດາ​ຄວາມ​ກ້າວໜ້າ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ ຫວຽດນາມ-ອາ​ເມ​ລິ​ກາ ​ໃນ​ໄລຍະ​ຜ່ານ​ມາ​ໃນ​ທຸກຂົງ​ເຂດ​​ເຊິ່ງ​ໄດ້​ຍົກອອກມາ​ໃນ​ຖະ​ແຫຼ່ງການ​ຮ່ວມ​ ຫວຽດນາມ-​ອາ​ເມ​ລິ​ກາ ​ເມື່ອ​ປີ 2013, ​ໃນ​ນັ້ນ​ມີ​ການ​ເຈລະຈາ​ໃນ​ຂົງ​ເຂດ​ສິດທິ​ມະນຸດ. 2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບບັນດາ​ຄວາມ​ມານະ​ພະຍາຍາມ, ຜົນງານ, ກໍ​ຄື​ບັນດາ​ສິ່ງ​ທ້າ​ທາຍ​ຂອງ​ແຕ່ລະ​ປະ​ເທດ​ໃນ​ການ​ຊຸກຍູ້ ​ແລະ ຮັບປະກັນ​ສິດທິ​ມະນຸດ; ​ແລກປ່ຽນ​ກ່ຽວ​ກັບ​ທຸກ​ຂົງ​ເຂດ​ສິດທິ​ມະນຸດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ພິ​ເສດ​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ບັນຫາ​ສ້າ​ງລັດ​ແຫ່ງ​ອຳນາດ​ນິຕິບັນຍັດ,​ ວິວັດການ​ປະຕິ​ຮູບ​ດ້ານ​ຕຸລາການ, ສິດ​ເສລີ​ໃນ​ການປາກ​ເວົ້າ, ​ສິດເສລີ​​ໃນ​ການ​ເຄື່ອນ​ໄຫວສາສະໜາ, ສິດ​ຂອງ​ຜູ້​ອອກ​ແຮງ​ງານ, ສິດ​ຂອງ​ຄົນ​ພິການ. 2 ຝ່າຍ​ຍັງ​ເນັ້ນ​ໜັກ​ວ່າ: ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ຢູ່​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ