ຮ່າງກົດໝາຍວ່າດ້ວຍການເຊື່ອຖື,ສາສະໜາເຄົາລົບສິດພື້ນຖານຂອງມະນຸດ

ຮ່າງກົດໝາຍວ່າດ້ວຍການເຊື່ອຖື,ສາສະໜາເຄົາລົບສິດພື້ນຖານຂອງມະນຸດ - ảnh 1
ທີ່ກອງ​ປະຊຸມ​ທາ​ບທາມ​ນັກ​ຊ່ຽວຊານ​ກ່ຽວ​ກັບ
ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ
(ພາບ: baomoi.com)

(vovworld) - ກອງ​ປະຊຸມ​ທາ​ບທາມ​ນັກ​ຊ່ຽວຊານ​ກ່ຽວ​ກັບຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ ​ໂດຍ​ກຳມາ​ທິການ​ວັດທະນະທຳ, ສຶກສາ, ຊາວ​ໜຸ່ມ, ​ເຍົາວະ​ຊົນ, ອະນຸຊົນ​ຂອງ​ສະພາ​ແຫ່ງ​ຊາດ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 23/7ຢູ່​ຮ່າ​ໂນ້ຍ. ​ເມື່ອ​ທຽບ​ໃສ່​ລັດຖະບັນຍັດ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ​ທີ່​ພວມ​ປະກາດ​ໃຊ້, ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ ມີ 15 ຂໍ້​ໃໝ່. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ໄດ້​ກຳ​ນົກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສາສະໜາ​ຂອງ​ຊາວ​ຕ່າງປະ​ເທດ​ຢູ່​ຫວຽດນາມ, ກຳນົດ​ຜູ້​ທີ່​ພວມ​ຖືກ​ກັກ​ຂັງ ​ໄດ້​ຮັບ​ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ໃນ​ການ​ເຊື່ອ​ຖື​ສາສະໜາຂອງ​ສ່ວນ​ບຸກຄົນ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ.

        ກ່ຽວຂ້ອງ​ເຖິງ​ກົນ​ໄກ​ຄຸ້ມ​ຄອງ​ລັດ​ໃນ​ຂົງ​ເຂດ​ສາສະໜາ, ພະ​ມະຫາ​ອາຈານ ທິກ​ບາ​ວງຽມ, ຮອງ​ປະທານ​ສະພາ​ບໍລິຫານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ, ຖື​ວ່າ:

        “ຕ້ອງ​ເຮັດ​ແນວ​ໃດ​ໃຫ້​​ກົດໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາສະໜາ ​ຮັບປະກັນເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ​ຂອງ​ສາສະໜາ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ສັງຄົມ​ເຊັ່ນ: ການ​ສຶກສາ, ສາທາລະນະ​ສຸກ, ການ​ເຄື່ອນ​ໄຫວ​ກຸສົນ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ​ແມ່ນ​ຕ້ອງ​​ເພີ່ມ​ຂໍ້ມາດຕາຂອງ​ກົດໝາຍ​ນີ້​ຕື່ມ​ອີກ“

        ຄວາມ​ເຫັນ​ສ່ວນ​ຫຼາຍ​ຖື​ວ່າ, ​ເລື່ອງ​ກໍ່ສ້າງ​ຮ່າງ​ກົດໝາຍ​ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ການ​ເຊື່ອ​ຖື, ສາສະໜາ ​ແຕ່​ກໍ່​ຕ້ອງ​ຮັບປະກັນ​ເງື່ອນ​ໄຂ​ໃຫ້​ສາສະໜາຕ່າງໆ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ, ທັງ​ຮັບປະກັນ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື, ສາສະໜາ​ຂອງ​ປະຊາຊົນ.

ຂ່າວ/ບົດ​ອື່ນ