ຮ່າງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ):ມຸ່ງໄປເຖິງມາດຖານສາກົນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ

ຮ່າງກົດໝາຍວ່າດ້ວຍວິສາຫະກິດ(ສະບັບປັບປຸງ):ມຸ່ງໄປເຖິງມາດຖານສາກົນກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ - ảnh 1
ຕອນເຊົ້່າວັນທີ 28/5, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບ
ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິ​ດ (ສະບັບ​ປັບປຸງ)
(ພາບປະກອບ)

(vovworld) – ​ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິ​ດ (ສະບັບ​ປັບປຸງ): ມຸ່ງ​ໄປ​ເຖິງ​ມາດຖານ​ສາກົນ​ກ່ຽວ​ກັບ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ - ນີ້​ແມ່ນ​ການ​ຕີ​ລາຄາ​ຂອງ​ບັນດາ ສສຊ ​ໃນ​ວາລະ​ປະຊຸມ​ຢູ່​ໜ່ວຍ​ໃນ​ຕອນ​ເຊົ້າ​ວັນ​ທີ 28/5, ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະ​ບັບປັບປຸງ). ຈຸດ​ສຳຄັນພິ​ເສດ​ໃນ​ການ​ປັບປຸງຄັ້ງ​ນີ້​ແມ່ນ​​ເປັນຄັ້ງ​ທຳ​ອິດ ລັດຖະບານ​ໄດ້​ວາງ​ອອກ​ຄຳ​ຮຽກຮ້ອງ​​ປັບປຸງ​ກົດໝາຍ​ວ່າ​ດ້ວຍວິ​ສາ​ຫະກິດ​ຕາມ​ມາດຖານ​ສາກົນ. ຕາມ​ນັ້ນ​ແລ້ວ, ບັນດາ​ເນື້ອ​ໃນ​ປັບປຸງ​ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ການ​ສ້າງ​ຕັ້ງ​ວິ​ສາ​ຫະກິດ​ກ່ວາ, ມີ​ການ​ປະພຶດ​ສະ​ເໝີ​ພາບ​ລະຫວ່າງ​ບັນດາ​ນັກ​ລົງທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເໝາະ​ສົມ​ກັບ​ທຳນຽມ​ສາກົນ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ ຫວຽດນາມ ​ໃນ​ບັນດາສົນທິສັນຍາ​ສາກົນ. ນອກຈາກ​ນັ້ນ, ​ການປັບປຸງ​ຄັ້ງ​ນີ້​ໄດ້​ຮັບການຕີ​ລາຄາ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ກ່ວາ, ຫລຸດຜ່ອນ​ລາຄາ​ໃຊ້​ຈ່າຍ​ໃຫ້​ແກ່ການ​ຈັດ​ຕັ້ງ​ບໍລິຫານ​ວິ​ສາ​ຫະກິດ, ສ້າງ​ໂຄງ​ປະກອບ​ວິ​ສາ​ຫະກິດ ກໍ່​ຄື​ສ້າງ​​ເງື່ອນ​ໄຂ​ສະດວກກ່ວາ​ອີກໃຫ້​ວິ​ສາ​ຫະກິດ, ນັກ​ລົງທຶນ ​ເມື່ອ​ຖອນ​ອອກ​ຈາກ​ຕະຫຼາດ.

    ​ເມື່ອ​ຕີ​ລາຄາ​ສັງ​ລວມກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບປຸງ), ທ່ານ ກາວ​ສີ​ກຽມ, ສສຊ ​ແຂວງ ທ໋າຍບິ່ງ, ຖື​ວ່າ:   

    “ຮ່າງ​ກົດໝາຍ​ວ່າ​ດ້ວຍ​ວິ​ສາ​ຫະກິດ (ສະບັບ​ປັບ​ປຸງ) ​ແກ້​ໄຂ​ໄດ້ 3 ບັນຫາ. ທີໜຶ່ງ​ແມ່ນ​ຮັບປະກັນ​ສິດ​ເສລີໃນການດຳ​ເນີນ​ທຸລະ​ກິດ​​ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ. ທີ​ສອງ​ແມ່ນ​ຫລຸດ​ຜ່ອນ​ຄ່າ​ໃຊ້​ຈ່າຍ, ລະບຽບ​ບໍລິຫານ. ທີສາມ​ແມ່ນ, ພວກ​ເຮົາຕ້ອງ​ມຸ່ງ​ໄປ​ເຖິງ​ການ​ເຊື່ອມ​ໂຍງ, ພິ​ເສດ​ແມ່ນມຸ່ງ​ໄປ​ເຖິງ​ຈຸດໝາຍ​ຈະ​ມາ​ເຖິງ​ແມ່​ນສັນຍາ​ຄູ່​ຮ່ວມ​ມື​ເຂດ​ອາຊີ - ປາຊີ​ຟິກ (TPP)”.


ຂ່າວ/ບົດ​ອື່ນ